ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 22 ມັງກອນນີ້, ທ່ານ ອັນໂຕນີໂອ ກູເຕີຣິສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ສະແດງຄວາມຊົມເຊີຍຕໍ່ອາເມຣິກາແລະຣັດເຊຍສະແຫວງຫາການແກ່ຍາວເວລາຂອງການປະຕິບັດສັນຍາກ່ຽວກັບການຫຼຸດຈຳນວນອາວຸດຍຸດທະສາດໃຫ້ໜ້ອຍລົງສະບັບໃໝ່ອອກໄປອີກ 5 ປີ.
ທ່ານ ສຕີເຟັນ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 22 ມັງກອນນີ້ວ່າ: ທ່ານ ກູເຕີຣິສໄດ້ສົ່ງເສີມໃຫ້ອາເມຣິກາແລະຣັດເຊຍປະຕິບັດຕາມສັນຍາໂດຍໄວ,ເພື່ອສຳເລັດລະບຽບການແກ່ຍາວເວລາຂອງການປະຕິບັດສັນຍາສະບັບດັ່ງກ່າວກ່ອນການໝົດອາຍຸກຳນົດໃນວັນທີ 5 ກຸມພາປີນີ້,ພ້ອມທັງດຳເນີນການເຈລະຈາກ່ຽວກັບການຄວບຄຸມການທະຫານໃໝ່ໂດຍໄວ.
ວັນທີ 21 ມັງກອນນີ້, ທ່ານ ເຈັນ ປາຊາກີ ເລຂາການຂ່າວຂອງທຳນຽບຂາວອາເມຣິກາກ່າວວ່າ: ອາເມຣິກາພວມສະແຫວງຫາການແກ່ຍາວເວລາຂອງການປະຕິບັດສັນຍາກ່ຽວກັບການຫຼຸດຈຳນວນອາວຸດຍຸດທະສາດໃຫ້ໜ້ອຍລົງສະບັບໃໝ່ທີ່ຈະໝົດອາຍຸນັ້ນອອກໄປອີກ 5 ປີ. ທ່ານ ດີມີຕຣີ ເປສໂຄຟ ເລຂາການຂ່າວຂອງປະທານາທິບໍດີຣັດເຊຍໄດ້ກ່າວໃນວັນທີ 22 ມັງກອນນີ້ວ່າ, ຣັດເຊຍສະແດງຄວາມຊົມເຊີຍຕໍ່ຈຸດປະສົງທາງການເມືອງຂອງອາເມຣິກາກ່ຽວກັບການແກ່ຍາວເວລາຂອງການປະຕິບັດສັນຍາກ່ຽວກັບການຫຼຸດຈຳນວນອາວຸດຍຸດທະສາດໃຫ້ໜ້ອຍລົງສະບັບໃໝ່.
ຄຳເຫັນ
0