黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວ​ວ່າ: ຜູ້ຖືກບົ່ງມະຕິເປັນພະຍາດໂຄວີດ-19 ໃນ​ທົ່ວ​ໂລກ​​ມີເຖິງ 96.877.399 ກໍລະນີ

2021-01-24 15:17:33 cri

ຕົວ​ເລກຂໍ້​ມູນ​ຫຼ້າ​ສຸດ​ທີ່ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ​​ເປີດ​ເຜີຍໃນ​ວັນ​ທີ 23 ມັງ​ກອນ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພ​ະ​ຍາດ​ໂຄວີດ-19 ໃນ​ທົ່ວ​ໂລກ​ມີເຖິງ 96.877.399  ກໍ​ລະ​ນີ.

ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ຂອງເວ​ບ​ໄຊ WHO ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ເວ​ລາ 22 ໂມງ 57 ນາ​ທີ​​ຂອງວັນ​ທີ 23 ມັງ​ກອນ​ນີ້ຕາມ​ເວ​ລາ​ວຽງ​ຈັນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວີດ -19 ​ທີ່ເພີ່​ມ​ໃໝ່ໃນ​ທົ່ວ​ໂລກ​ມີ​ເຖິງ 600.790 ກໍ​ລະ​ນີ, ​​ລວມ​ທັງ​ໝົດ​ມີ 96.877.399 ກໍ​ລະ​ນີ; ​ຜູ້​ເສຍ​ຊີ​ວິດ​ຍ້ອນພະ​ຍາດ​ໂຄວີດ-19 ທີ່​ເພີ່ມ​ໃໝ່​ມີ​ເຖິງ 15.846 ຄົນ, ​ລວມທັງ​ໝົດ​ມີ​ 2.098.879 ຄົນ.

ຄຳ​ເຫັນ

0