秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວີດີໂອອວຍພອນງານປະກວດວີດີໂອສັ້ນລາວ-ຈີນ 2021

2021-02-03 17:35:52 cri

ວັນ​ທີ 1 ກຸມ​ພາ​ນີ້, ງານ​ປະ​ກວດ​ວີ​ດີ​ໂອ​ສັ້ນລາວ-ຈີນ 2021 ໄດ້​ເລີ່ມ​ຂຶ້ນຢ່າງ​ເປັນ​ທາງ​ການ. ​ ງານ​ປະ​ກວດ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ຄຽງ​ຂ້າງ​ກັນ”, ​ໂດຍ​ໄດ້​ເນັ້ນໃສ່​ເລື່ອງ​ລາວ​ທີ່​ຊາ​ບ​ຊື້ງ​ໃຈ​ ແລະ​​ຄວາມອົບ​ອຸ່ນ​​ທີ່​ເກີດ​ຂຶ້ນໃນ​ຮອບ 60 ປີ​ພາຍຫຼັງ ລາວກັ​ບຈີນ​ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​​ເປັນ​ຕົ້ນ​ມາ. ເຄື່ອງ​ໝາຍ, ໂປ​ສ​ເຕີ ແລະ​ວີ​ດີ​ໂອ​ໂຄ​ສະ​ນາຂອງ​ງານ​ປະ​ກວດ​ຄັ້ງ​ນີ້​​ຈະປະ​ກາດໃຫ້​ຮູ້​ໃນ​ມື້​ດຽວ​ກັນ​. ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ສອງ​ປະ​ເທດ​ລາວ-ຈີນ​ໄດ້​ສົ່ງ​ວີ​ດີ​ໂອ​ອວຍ​ພອນ​ໃຫ້​ງານ​ປະ​ກວດ​ຄັ້ງ​ນີ້.

 ງານ​ປະ​ກວດ​ວີ​ດີ​ໂອ​ສັ້ນລາວ-ຈີນ 2021  ​ຈັດ​ຂຶ້ນໂດຍ​ສູນ​ອາ​ຊີ​-ອາ​ຟ​ຣິ​ກາ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ(CMG) ແລະ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ລ​າວ, ງານ​ປະ​ກວດ​ຄັ້ງ​ນີ້​ຈະ​ຮັບ​​ຜົນ​ງານ​ການ​ປະ​ກວດວີ​ດີ​ໂອ 5 ປະ​ເພດໃນສັງ​ຄົມລາວ ແລະ​ຈີນ ຄື: ຮູບ​ເງົາ​ເລື່ອງ​ສັ້ນ, Vlog, ການໂຄ​ສະ​ນາ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ, MV ເພງ​ມິດ​ຕະ​ພາບ​ລາວ-ຈີນ ແລະ​ວີ​ດີ​ໂອ​ສັ້ນ​​ທີ່​ຖ່າຍ​ດ້ວຍ​ໂທ​ລະ​ສັບ​ມື​ຖື.

ຜູ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ຕ້ອງ​ສົ່ງ​ຜົນ​ງານ​​ການປະ​ກ​ວດ​ຂອງ​ຕົນ​ໃຫ້​ແກ່​ຄະ​ນະ​ຈັດ​ງານ​ກ່ອນ​ວັນ​ທີ 28 ມີ​ນາ 2021. ກຳ​ມະ​ການ​ຂອງ​ສອງ​ປະ​ເທດ​ລາວ-​ຈີນ​ຈ​ະ​ຮ່ວມ​ກັນ​ໃຫ້​ຄະ​ແນນ ແລະ​ຄັດເລືອກ​ເອົາ​ຜູ້​ທີ່​ໄດ້​ຮັບ​ລາງວັນ​ຕ່າງ​ໆ​, ສ່ວນ​ຜົນ​ການ​ປະ​ກວດ​ຈະ​ເປີດ​ເຜີຍ​ໃນເດືອນເມ​ສາ 2021 . ຖ້າ​ຢາກ​ຮູ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ງານ​ປະ​ກວດ​ຄັ້ງ​ນີ້, ເຊີນ​ຕິດ​ຕາມ​ໃນ​ເວ​ບ​ໄຊ້  https://laos.cri.cn/clvideo-la ແລ​ະ “Laos Grip”APP.

ຈີນ​ກັບ​ລາວ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ໃນ​ວັນ​ທີ 25 ເມ​ສາ​ປີ 1961. ປີ 2021 ແມ່ນ “ປີ​​ມິດ​ຕະ​ພາບ​ລາວ-​ຈີນ”.

ຄຳ​ເຫັນ

0