何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ກຸ້ຍ​ໂຈ່ ທັງສົ່ງ​​ຄຳອວຍ​ພອນ​ບຸນ​ກຸດ​ຈີນ​ສູ່​ປະ​ຊາ​ຊົນ​ທົ່ວ​ປະ​ເທດ

2021-02-04 09:57:21 CRI

 

ໃນ​ໄລ​ຍະ​ກ່ອນ​ບຸນ​ກຸດ​ຈີນ​ທີ່​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາວຽກ​ງານ​ຢູ່​ແຂວງ​ກຸ້ຍ​ໂຈ່ ທັງ​ຢ້ຽມ​ຢາມ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ຂັ້ນ​ຮາກ​ຖານ.

 

ໃນ​ຕອນ​ບ່​າຍ​ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຮອດ​ເມືອງ​ຊຽນ​ຊີ່​ນະ​ຄອນ​ປີ້​ເຈ, ເພື່ອສຳຫຼວດກວດ​ເບິ່ງ​ສິ່ງ​ແວດ​ລ້ອມ​ນິ​ເວດ​​ຢູ່​ນ້ຳ​ລິວ​ຊົ່ງ ເຊິ່ງ​ແມ່ນ​ສາ​ຂາ​ຂອງ​ແມ່​ນ້ຳ​ອູ່​ຈ່ຽງ, ​ຈາກ​ນັ້ນ ທ່ານ​ໄດ້​ເດີນ​ທາງ​ໄປບ້ານ​ຮ​ວ້າ​ອູ່​ຕາ​ແສງ​ເຜົ່າ​ມົ້ງ​ຊິ່ນ​ເຢິນ​ເພື່ອ​ຢ້ຽມ​ຢາມ​ພີ່​ນ້ອງ​ປະ​ຊາ​ຊົນ. ຢູ່​ສະ​ໜາມຫຼວງວັດ​ທະ​ນະ​ທຳ​ຂອງ​ບ້ານ​ຮ​ວ້າ​ອູ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົນ​ທະ​ນາ ​ກັບ​ປະ​ຊາ​ຊົນ​ຜູ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​​ປະ​ເພ​ນີ​ໃນ​ການສະຫຼອງ​ບຸນ​ກຸດ​ຈີນ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ສະ​ໜິດ​ສະ​ໜົມ, ທັງ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ບຸນ​ກຸດ​ຈີນ​ສູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ.

ຄຳ​ເຫັນ

0