覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ວຽກ​ງານ​ດັດແປງເຂດ​ຄຸ້ມ​ເຮືອນ​ເກົ່າ​ ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ

2021-02-05 11:09:35 cri


 

ພີ່​ນ້ອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທາງ​ຮ່ອມ​ຫູ​​ທົ້ງ​ຢ​ວີ​ເອີ​ເມືອງ​ຕົ່ງ​ເສີງ​ນະ​ຄອນຫຼວງ​ປັກ​ກິ່ງ, ຈົນ​ມາ​ເຖິງ​ປັດ​ຈຸ​ບັນ​ກໍ​ຍັງ​ຈື່​ບໍ່​ລືມ​ຄື​ມີ​ວັນ​ໜຶ່ງ​ວັນ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃຈ​ແມ່ນ​ວັນ​ທີ 25 ກຸມ​ພາ​ປີ 2014, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ດັດ​ແປງເທດ​ສະ​ບານ​ເມືອງ​ເກົ່າ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ໃຫຍ່​ທີ່ເຂົາ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​ມາ​ເປັນ​ເວ​ລາຫຼາຍ​ສິບ​ປີ​ແລ້ວ.
 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ວຽກ​ງານ​ດັດແປງເຂດ​ຄຸ້ມ​ເຮືອນ​ເກົ່າ​ ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ_fororder_老城区改造1

​ວັນ​ທີ 25 ກຸມ​ພາ​ປີ 2014, ທ່ານ​ສີ​ຈິ້ນ​ຜິງໄດ້​ສຳຫຼວດກວດ​ເບິ່ງວຽກ​ງານ​ການ​ດັດ​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​ທາງ​ຮ່ອມ​ຫູ​ທົ້ງ​ຢ​ວີ​ເອີ

 

“ຕອນ​ທ່ຽງ​ມື້​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ມາ​ຢາມ​ນັ້ນ​ກໍ​ປານ​ກັບ​ວ່າ​ໄດ້​ມາ​ຢາມ​ຍາດ​ຕິ​ພີ່​ນ້ອງ, ທ່ານບໍ່​ໄດ້​ຖື​ໂຕ​ແມ່ນ​ແຕ່​ໜ້ອຍ​ດຽວ, ​ທ່ານເປັນ​ກັນ​ເອງ​ຫຼາຍ”ພໍ່​ເຖົ້າ ຈ່ວງ​ປາວ ອາ​ຍຸ 60 ກວ່າ​ປີ ​ໄດ້​ຫວນ​ຄືນ​ເຖິງ​ເຫດ​ການ​ສຳ​ຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ກັບ​ຄົນ​​ພາຍໃນ​ຄອບ​ຄົວ​ຕົນ​ໃນ​ຕອນ​ນັ້ນ,ພໍ່​ເຖົ້າ​ກໍ​ເວົ້າ​ດ້ວຍ​​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ທີ່​ຫ້າມ​ໃຈ​ໄວ້​ບໍ່​ຢູ່​ວ່າ: “ຂ້າ​ພະ​ເຈົ້າ​​ໄດ້ລົມ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຊີ​ວິດຕອນ​ຍັງ​ນ້ອຍ​ທີ່​ໄດ້ຜ່າ​ຝືນ, ​ແຕ່ງ​ກິນ​ດ້ວຍ​ການ​ໃຊ້ຖ່ານ​ຫີນ​​ກ້ອນເປັນ​ເຊື້ອ​ໄຟ, ຕັກ​ເອົາ​ນ້ຳ​ໃນ​ໄຫ​ໃຫຍ່​ຢູ່​ເດີ່ນ​ບ້ານ​ໃນ​ຍາມ​ລະ​ດູ​ໜາວ. ທ່ານ​ປະ​ທານບອກວ່າ ຕົນ​ເອງ​ກໍ​ມີ​ຄວາມ​ຮູ້​ສຶກ​ດຽວ​ກັນ​ເພາະ​ເຄີຍ​ມີ​ປະ​ສົບ​ການ​ແບບ​ດຽວ​ກັນ​ໃນ​ຍາມ​ນ້ອຍ.”
 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ວຽກ​ງານ​ດັດແປງເຂດ​ຄຸ້ມ​ເຮືອນ​ເກົ່າ​ ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ_fororder_老城区改造2
 

​ວັນ​ທີ 25 ກຸມ​ພາ​ປີ 2014, ທ່ານ​ສີ​ຈິ້ນ​ຜິງໄດ້ຢ້ຽມ​ຢາມທາງ​ຮ່ອມ​ຫູ​ທົ້ງ​ຢ​ວີ​ເອີ​ແລະ​ຖ່າຍ​ຮູບ​ຮ່ວມ​ກັບ​ປະ​ຊາ​ຊົນ
 

ທາງ​ຮ່ອມ​ຫູ​ທົ້ງ​ຢ​ວີ​ເອີ ມີ​ຄວາມ​ຍາວ​ທັງ​ໝົດ 343 ແມັດ, ເປັນ​ເຂດ​ຄຸ້ມ​ເຮືອນຫຼາຍ​ຄອບ​ຄົວ​ຢູ່​ຮ່ວມ​ເດີ່ນ​ບ້ານ​ໃຫຍ່​ດຽວ​ກັນ​ຂອງເທດ​ສະ​ບານ​ເມືອງ​ເກົ່າ​​ຂອງນະ​ຄອນຫຼວງ​ປັກ​ກິ່ງ, ​ມີ​ປະ​ຊາ​ກອນ​ໜາ​ແໜ້ນ, ​ເນື້ອ​ທີ່​ເຮືອນ​​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ​ໜ້ອຍ, ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ດຳ​ລົງ​ຊີ​ວິດ​ບໍ່​ຄົບ​ຖ້ວນ​ສົມ​ບູນ. ໃນ​ເວ​ລາ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສອບ​ຖາມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ວ່າ: ວຽກ​​ງານ​ເປັນ​ແນວ​ໃດ, ມີ​ລາຍ​ໄດ້​ຊ່ຳ​ໃດ, ແຕ່ງ​ກິນ​ໃຊ້ເຊື້ອ​ໄຟ​ຫຍັງ? ອາຍ​ອຸ່ນ​ໃນ​ຍາມ​ລະ​ດູ​ໜາວ​ເປັນ​ແນວ​ໃດ? ຫ້ອງ​ນ້ຳ​ຢູ່​ໄກ​ບ້ານ​ບໍ່? ມີ​ຄວາມ​ມຸ້ງ​ຫວັງ​ຫຍັງ​ແດ່​ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​​ຂອງການ​ດຳ​ລົງ​ຊີ​ວິດ​ໃນ​ປັດ​ຈຸ​ບັນ​ໃຫ້​ດີ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ປະ​ຊາ​ຊົນ​ວ່າ: “ເຂດ​ຊຸມ​ຊົນ​ຫູ​ທົ້ງ​ແຖວ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ດີ, ມື້​ນີ້​ ມາ​ຢາມ​ພີ່​​ນ້ອງ​ປະ​ຊາ​ຊົນກໍ​ເພື່ອ​ຢາກ​ປັບ​ປຸງ​ສ​ະ​ພາບ​ແວດ​ລ້ອມ​​ຂອງການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ທ່ານ​ໃຫ້​ດີ​ຂຶ້ນ, ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ການ​ດັດ​ແປງເທດ​ສະ​ບານ​ເມື່ອງ​ເກົ່າ.”
 

ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ, ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ຢ່າງວ່ອ​ງ​ໄວ. ໃນ​ຂະ​ນະ​ທີ່​ຕົວ​ເມືອງ​ໄດ້​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ, ເທ​ດ​ສະ​ບານ​ໃຈ​ກາງ​ເມືອງ​ທີ່​ສ້າງ​ຂຶ້ນ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນຄ່ອຍໆຫຼຸດ​ ຈາກ​​ຂະ​ບວນການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ, ເຖິງ​ຈະ​​ມີ​ທີ່​ຕັ້ງ​ທີ່​ດີ​ສົມ​ຄວນ​ແຕ່​ພັດ​ບໍ່​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ຕາມ​ທີ່​ຄວນ​ມີ, ທັງ​ເຮັດ​ໃຫ້​ເງື່ອນ​ໄຂ​ທີ່​ຢູ່​ອາ​ໄສ​ພາຍ​ໃນ​ເຂດ​ແຄວ້ນ​ເຫຼົ່າ​ນີ້​ບໍ່​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເປັນ​ເວ​ລາ​ດົນນານ​ມາ​ແລ້ວ.
 

ດ້ວຍ​ເຫດ​ນີ້, ຫຼັງ​ປີ 2010, ຈີນ​ກໍ​ໄດ້​ດຳ​ເນີນ​ການ​ດັດ​​ແປງ​ເຂດ​ເຫຼົ່າ​ນີ້​ດ້ວຍ​ຮູບ​ການ​ມ້າງ​​ເຮືອນ​ເກົ່າ​ແລະ​ປຸກ​ສ້າງ​ຄືນ​ໃໝ່. ແຕ່​ວ່າ,ນອກ​ຈາກ​ມ້າງ​ເຮືອນ​ເກົ່າ​ແລະ​ປຸກ​ສ້າງ​ຄືນ​ໃໝ່​ແລ້ວ, ໃນ​ເຂດເຫຼົ່າ​ນີ້​ຍັງ​ມີ​ເຂດ​​ຄຸ້ມ​ເຮືອນເກົ່າ​ ​ຈຳ​ນວນຫຼວງຫຼາຍ​ຍັງ​ສາ​ມາດ​ອາ​ໄສ​ຢູ່​ຕໍ່​ໄປ​ໄດ້, ຈິ່ງ​ບໍ່​ມີ​ຄວາມ​ຈຳ​ເປັ​ນ​ທີ່​ຈະ​ມ້າງ​ຖິ້ມ​ແລະ​ສ້າງ​ໃໝ່, ຄັນ​ຊັ້ນ, ຄວນ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ແນວ​ໃດ? ຈາກ​ນີ້​ຈິ່ງ​ໄດ້​ມີ​ໂຄງ​ການ​ດັດ​​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​ ໃນ​ທຸກ​ມື້​ນີ້.
 

 ຜ່ານ​ຈາກ​ການ​ປັບ​ປຸງ​ສິ່ງ​ອຳ​ນວຍຄວາມ​ສະ​ດວກ​ຂອງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​ ​ພ້ອມ​ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ສາ​ທາ​ລະ​ນະ​ໃຫ້​ສົມ​ບູນ​ຂຶ້ນ, ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສະ​ເພາະ​ເຂດ​ຊຸມ​ຊົນ​ເຊັ່ນ​ການ​ລ້ຽງ​ດູ​ຜູ້​ເຖົ້າ, ​ໂຮງ​ລ້ຽງ​ເດັກ​ນ້ອຍ, ການ​ປິ່ນ​ປົວ​ແລະ​ອື່ນໆ, ຫັນ​ປ່ຽນ​ເຂດ​ ​ທີ່​ຊຸດ​ໂຊມ​ແລະ​ບໍ່ມີ​ຊີ​ວິດ​ຊີ​ວາ​ນັ້ນ​ໃຫ້​ເປັນ​ເຂດ​​ທີ່​ໜ້າ​ຢູ່.  ເມື່ອ​ເຮັດ​ແນວ​ນີ້​ຈະ​ສາ​ມາດ​ປະ​ຢັດ​ລາຍ​ຈ່າຍ​ງົບ​ປະ​ມານ, ຍັງ​ສາ​ມາດ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ຂອງ​ເທດ​ສະ​ບານ​ຕົວ​ເມືອງ​ໃຫ້​ດີ​ຂຶ້ນ​ໂດຍ​ລວມ ແລະ​ຊ່ວຍ​​ສ້າງ​ໂອ​ກາດ​​ໃຫ້ເຂດນີ້​ໄດ້​ມີ​ການ​ພັດ​ທະ​ນາ​ຄືນ​ໃໝ່.
 

ດ້ວຍ​ເຫດ​ນີ້, ວຽກ​ງານ​ດັດແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​​ໃນ​ຕົວ​ເມືອງ​ປັດ​ຈຸ​ບັນ​ຈິ່ງ​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ວຽກ​ງານ​ຂອງ​ລັດ, ເປັນ​ໂຄງ​ການ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທັງ​ເປັນ​ມາດ​ຕະ​ການ​ຊ່ວຍ​ຮັກ​ສາ​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ໝັ້ນ​ຄົງຢ່າງ​ມີ​ປະ​ສິດ​ທິ​ຜົນຫຼາຍ​ທີ່​ສຸດ, ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ສາ​ມາດ​ຜ່ານ​ຈາກ​ການ​​ດັດແປງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ແລະ​ພື້ນ​ຖານ​ໂຄງ​ລ່າງ, ປັບ​ປຸງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ສະ​ເພາະ​ການ​ບໍ​ລິ​ການ​ໃຫ້​ສົມ​ບູນ​ຂຶ້ນ ເພື່ອ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົ​ນ​ປັບ​ປຸງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ພາຍ​ໃນ​ເຮືອນ​ຕົນ  ເຊິ່ງ​ສາ​ມາດ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ຮັກ​ສາ​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ ທັງ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ພາຍ​ໃນ​ໄດ້​ອີກ, ຖື​ວ່າ​ເປັນ​ມາດ​ຕະ​ການ​ດຽວ​​ທີ່ໄດ້​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ.
 

ເດືອນ​ກໍ​ລະ​ກົດ​ປີ 2020, ຫ້ອງວ່າ​ການ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ ​ທິດຊີ້​ນຳ​ວ່າ​ດ້ວຍ​ການຊຸກ​ຍູ້​ວຽກ​ງານ​ດັດ​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​ໃນ​ຕົວ​ເມືອງ​ຢ່າງ​ຮອບ​ດ້ານ. ເຊິ່ງ​ທິດ​ຊີ້​ນຳ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ວ່າ: ປີ 2020 ​ໄດ້ລົງ​ມື​ດັດ​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າໃນ​ຕົວ​ເມືອງ 39.000 ແຫ່ງ ກວມ​ເອົາ​ປະ​ຊາ​ຊົນ​ເກືອບ 7 ລ້ານ​ຄອບ​ຄົວ; ເມື່ອ​ຮອດ​ປີ 2022, ສ້າງ​ໃຫ້​ມີ​ໂຄງ​ສ້າງ​ລະ​ບຽບ​ການ​, ລະ​ບົບ​ນະ​ໂຍ​ບາຍ​ແລະ​ກົນ​ໄກ​ປະ​ຕິ​ບັດ​ງານກ່ຽວ​ກັບ​ການ​ດັດ​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າໃນ​ຕົວ​ເມືອງ​​ໂດຍ​ພື້ນ​ຖານ; ຮອດ​ທ້າຍ​ໄລ​ຍະ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14,ໃຫ້ສົມ​ທົບ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ​ຕ່າງໆ, ສູ້​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ດັດ​ແປງເຂດ​ຄຸ້ມ​ເຮືອນ​ເກົ່າ​ໃນ​ຕົວ​ເມືອງທີ່​ສ້າງ​ແລ້ວ​ກ່ອນ​ປີ2000​ທີ່ຕ້ອງ​ການ​ດັດ​​ແປງ​ນັ້ນ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ.
 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ວຽກ​ງານ​ດັດແປງເຂດ​ຄຸ້ມ​ເຮືອນ​ເກົ່າ​ ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ_fororder_老城区改造3
 

ໃນ​ເວ​ລາ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ເດືອນ​ພະ​ຈິກ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ​ຊາວ​ເມືອງ​ຊຽງ​ໄຮ້​ຢ່າງ​ສະ​ໜິດ​ສະ​ໜົມ

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ວຽກ​ງານ​ດັດ​ແປງ​ເຂດ​ຄຸ້ມ​ເຮືອນ​ເກົ່າ​ ໃນ​ຕົວ​ເມືອງ. ໃນ​ເວ​ລາ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ເດືອນ​ພະ​ຈິກ​ປີ 2019, ທ່ານ​ໄດ້​ກ່າວ​ເນັ້ນ​ວ່າ: “ຕົວ​ເມືອງ​ເປັນ​ຂອງ​ປະ​ຊາ​ຊົນ, ຕົວ​ເມືອງ​ປະ​ຊາ​ຊົນ​ແມ່ນ​ເພື່ອ​ປະ​ຊາ​ຊົນ.” ຈາກ​ນີ້​ຈຶ່ງ​ເຫັນ​ໄດ້​ວ່າ: ແກນ​ກາງ​​ສຳ​ຄັນຂອງ​ຕົວ​ເມືອງ​ແມ່ນ​ຄົນ, ຄວນ​ຕີ​ລາ​ຄາ​ຜົນ​​ຂອງການ​ປັບ​ປຸງ​ຕົວ​ເມືອງ​ຄືນ​ໃໝ່​ຕາມ​ມາດ​ຖານ​ທີ່​ວ່າ ປະ​ຊາ​ຊົນ​ມີ​ຄວາມ​ເພິ່ງ​ພໍ​ໃຈຫຼື​ບໍ່?
 

ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ເຂດ​ຫູ​ທົ້ງ​ຢ​ວີ​ເອີ​ເມືອງ​ຕົ່ງ​ເສີງ​ນະ​ຄອນຫຼວງ​ປັກ​ກິ່ງ​ເມື່ອ​ປີ 2014 ມາ​ເຖິງ​ປັດ​ຈຸ​ບັນ, ເວ​ລາ​ຜ່ານ​ໄປ 7 ປີ​ແລ້ວ,  ທຸກ​ມື້​ນີ້, ນັກ​ຂ່າວ​ໄດ້​ຍ່າງ​ເຂົ້າ​ສູ່ເຂດ​ຫູ​ທົ້ງ​ຢ​ວີ​ເອີ​ອີກ​ຄັ້ງ​ກໍ​ສັງ​ເກດ​ເຫັນ​ວ່າ, ສິ່ງ​ກໍ່​ສ້າງ​ທີ່​ປຸກ​ສ້າງ​ຢ່າງ​ຜິດ​ລະ​ບຽບ​ກົດ​ໝາຍ​ໃນ​ທາງ​ຮ່ອມ​ຫູ​ທົ້ງ​ໄດ້​ຫາຍ​ໄປ​ໝົດ​ແລ້ວ, ​ເຮືອນ​ຊານ​ແລະ​ເດີ່ນ​ບ້ານ​ກໍ​ໄດ້​ຟື້ນ​ຟູ​ຄືນ​ສູ່​ສະ​ພາບ​ແບບ​ບູ​ຮານ​​ທີ່ລຽບ​ງ່າຍ​ເໝືອນ​ເດີມ, ​ເຫັນແລ້ວ​ຮູ້​ສຶກ​ວ່າ​ກວ້າງ​ຂວາງແລະ ສະ​ຫວ່າງ​ດີ.
 

ພໍ່​ເຖົ້າ​ຈ່ວງ​ປາວ ຊາວ​ພື້ນ​ເມືອງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຫູ​ທົ້ງ​ຢ​ວີ​ເອີ​ບອກວ່າ: “​ຖ້າຫາກວ່າ​​ໄດ້​ພົບ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ອີກ​ຄັ້ງ, ສິ່ງ​ທີ່​ຕົນ​ຢາກ​ບອກ​ໃຫ້​ທ່ານ​ຮູ້ຫຼາຍ​ທີ່​ສຸດ​ກໍ​ຄື ພັກ​ແລະ​ລັດ​ໄດ້​ຍຶດ​ໝັ້ນ​ໃນ​ການ​ຖື​​ເອົາຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ, ​ໂຄງ​ການ​ດັດ​ແປງເທດ​ສະ​ບານ​​ເມືອງເກົ່າ​ໄດ້​ເລັ່ງ​​ມື​ໃຫ້ໄວ​ຂຶ້ນ, ທາງ​ຮ່ອມ​ຫູ​​ທົ້ງ​ໄດ້​ຟື້ນ​ຟູ​ຄືນ​ສູ່​ຄວາມ​ເປັນ​​ເອ​ກະ​ລັກ​ແບບດັ້ງ​ເດີມ​ນັບ​ມື້​ນັບຫຼາຍ​ຂຶ້ນ, ພີ່​ນ້ອງ​ປະ​ຊາ​ຊົນ​ໄດ້​​ດຳ​ລົງ​ຊີ​ວິດ​ແບບໃໝ່​ນັບ​ມື້​ນັບຫຼາຍ​ຂຶ້ນ!”

ຄຳ​ເຫັນ

0