覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ປີ​ໃໝ່​ປີ​ສະຫຼູ​ ຂໍ​ມອບ “​​ຈິດ​ໃຈງົວ 3 ​​ແບບ”​ ໃຫ້​ທ່ານ

2021-02-05 15:09:41 cri


 

 

ບຸນ​ກຸດ​ຈີນ​ເປັນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ແລະ​ມ່ວນ​ຊື່ນ​ຄຶກ​ຄື້ນ​ທີ່​ສຸດ​ສຳ​ລັບ​ຄົນ​ຈີນ,ໃນ​ຖາ​ນະ​ເປັນໜຶ່ງ​ໃນ 12 ສັດ​ປະຈຳ​ປີ​ນັກ​ສັດ​ຕະ​​ລະ, ງົວ​ເປັນ​ຕົວ​ແທນ​ໃຫ້​ແກ່ ຄວາມ​ເມດ​ຕາ, ດຸ​ໝັ່ນ​ແລະ​ຈິດ​ໃຈ​ອຸ​ທິ​ຕົນ. ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ສະຫຼູ​ຕາມ​​ຈັນ​ທະ​ຄະ​ຕິ​ຈີນ​ທີ່​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ຂໍ​ອວຍ​ພອນ​ໃຫ້​ມິດ​ລາຍ​ການ​ທຸກໆ​ທ່ານ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​​ການ​ງານ​ຫຼື​ການ​ຮຽນ, ມີ​ຄວາມ​ສຸກປອດ​ໄພ​ຕະຫຼອດ​ປີ​ໃໝ່ເທີນ.

 

ງົວ​ໂຕ​ທຳ​ອິດຄື: ງົວ​ສັບ​​ຊ່າວ
 

ສີ​ແສງ​ແຫ່ງ​ຍຸກ: ປີ​ໃໝ່​ປີ​ສະຫຼູ​ ຂໍ​ມອບ “​​ຈິດ​ໃຈງົວ 3 ​​ແບບ”​ ໃຫ້​ທ່ານ_fororder_三头牛1
 

 ຢູ່​ຫໍ​ວິ​ຈິດ​ສິນຈີນ​ໄດ້​ສະ​ສົມ​ຮູບ​ປັ້ນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ງົວ​ໂຕ​ໜຶ່ງ​ກຳ​ລັງ​ສັບ​​ຊ່າວ​ເນື້ອ​ທີ່​ດິນ​ປູກ​ຝັງ ເຊິ່ງ​ເປັນ​ຜົນ​ງານ​ຂອງ​ສິ​ລະ​ປິນ​ທີ່​ປະ​ດິດ​ຂຶ້ນ​ສະ​ເພາະ​ເພື່ອ​ເຂດເສ​ດ​ຖະ​ກິດ​ພິ​ເສດ​ເສີນ​ເຈິ້ນ​ຂອງ​ຈີນ. ເພື່ອນ​ມິດຫຼາຍ​ທ່ານຄົງ​ຈະ​ເຄີຍ​ໄດ້​ຍິນ​ ​ນະ​ຄອນ ເສີນ​ເຈີ້ນ, ຫຼື ເພື່ອນ​ມິດ​ບາງ​ທ່ານ​ຄົງ​ຈະເຄີຍ​ໄປ​ທ່ຽວ​ເສີນ​ເຈີ້ນ. ເສີນ​ເຈີ້ນ​ໃຊ້​ເວ​ລາ 40 ກວ່າ​ປີ ພັດ​ທະ​ນາ​ຈາກ​ບ້ານ​​ຊາວປະ​ມົງ​ນ້ອຍໆ​ແຫ່ງ​ໜຶ່ງ​​ໄດ້ຂະ​ຫຍາຍ​ຕົວ​ມາ​ເປັນ​ເມືອງ​ໃຫຍ່​ທັນ​ສະ​ໄໝ​.  ສາ​ເຫດ​ທີ່​ເສີນ​ເຈີ້ນ​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດ​ດັ່ງ​ກ່າວ​ກໍ​ເປັນ​ຍ້ອນ​ຊາວ​ເສີນ​ເຈີ້ນ​ມີ​ຈິດ​ໃຈ​​ບຸກ​ບືນ​ສູ້​ຊົນ​ດ້ວຍ​​ຄວາມ​ທໍ​ລະ​ຫົດ​ອົນ​ທົນ​ຄື​ດັ່ງ​ງົວ​ສັ​ບ​ຊ່າວ​ເນື້ອ​ທີ່​ດິນ​ປູກ​ຝັງ, ອີກ​ຢ່າງ​ໜຶ່ງ​ກໍ​ຍ້ອນ​ວ່າ ​ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ.
 

ຈິດ​ໃຈ “ງົວ​ສັບ​ຊ່າວ”​ ຄື  ບຸກ​ເບີກ, ປະ​ດິດ​ສ້າງ, ດຸ​ໝັ່ນ​ແລະ​ອຸ​ທິ​ຕົນ  ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຈິດ​ໃຈ​ເສີນ​ເຈີ້ນ ເຊິ່ງ​ເປັນ​ບ່ອນ​ທຳ​ອິດ​ທີ່​ໄດ້ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ທັງ​ເປັນ​ສັນ​ຍາ​ລັກ​ທີ່​ອະ​ທິ​ບາຍ​​ເຖິງ​ ​ພັກ​ກອມ​ມູ​ນິດ​ຈີນ​​ທີ່​ໄດ້​ກຳ​ນົດ​ເອົາ​ການ​ປະ​ຕິ​ຮູ​ບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ຊາດ​ນັ້ນ​​ໄດ້ມີ​ຈິດ​ໃຈ​ປະ​ດິດ​ສ້າງ​ໃໝ່​ເພື່ອ​ສະ​ແຫວງ​ຫາ​ການ​ປ່ຽນ​ແປງ​ແລະ​ຍອມ​ຮັບ​ໃຊ້​ປະ​ຊາ​ຊົນ​ຄື​​ກັນ​ກັບງົວ​ທີ່​ຮັບ​ໃຊ້​ຄົນ. ໃນປີ 2020 ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປ, ​ພາຍ​ໃ​ຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນຈຳ​ນວນ 1,4 ຕື້​ຄົນ​ໄດ້​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ສູ້​ຊົນ​ເພື່ອ​ຟື້ນ​ຟູ​ກິດ​ຈະ​ການ​ແລະ​ການ​ຜະ​ລິດ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ງົວ​ສັບ​​ຊ່າວ​ອີກ​ຄັ້ງ​ໜຶ່ງ.
 

ໃນ​ຊຸມ​ປີ​ຜ່ານ​ມາ, ຢູ່​ຈີນ​ໄດ້​ມີ​ຄຳ​ທີ່​ນິ​ຍົມ​​ກັນວ່າ “ຄວາມ​ສຸກ​ໄດ້​ມາ​ຈາກ​ການ​ບຸກ​ບືນ​ສູ້​ຊົນ.” ໃນ​ໂອ​ກາດ​ປີ​ໃໝ່​ນີ້,ຂໍ​ມອບ​ຈິດ​ໃຈ “ງົວ​ສັບ​ຊ່າວ”​​ໃຫ້​ທ່ານ, ຫວັງ​ວ່າ​ທ່ານ​ຈະ​ບຸກ​ບືນ​ສູ້​ຊົນ​ເພື່ອ​ສ້າງ​ຜົນ​ສຳ​ເລັດ​ທີ່​ສະ​ຫງ່າ​ລາ​ສີ​ໃຫ້​ແກ່​ຊີ​ວິດ​ຕົນ.
 

ງົວ​ໂຕ​ທີ​ສອງ​ຄື: ງົວໄຖ​ນາ
 

ສີ​ແສງ​ແຫ່ງ​ຍຸກ: ປີ​ໃໝ່​ປີ​ສະຫຼູ​ ຂໍ​ມອບ “​​ຈິດ​ໃຈງົວ 3 ​​ແບບ”​ ໃຫ້​ທ່ານ_fororder_三头牛2
 

ນອກ​ຈາກ ຮູບ​ປັ້ນ  “ງົວ​ສັບ​​ຊ່າວ”​ແລ້ວ, ​ຫໍ​ວິ​ຈິດ​ສິນ​ຈີນ​ຍັງ​ໄດ້​ສະ​ສົມຮູບ​ແຕ້ມ​ສີ​ນ້ຳ​ມັນ​ແຜ່ນ​ໜຶ່ງ​ທີ່​ມີ​ຊື່​ວ່າ “​ດິນ​ແດນ​ພັນ​ປີ​ໄດ້​ຮັບ​ການ​ປົດ​ປ່ອຍ”, ຮູບ​ແຕ້ມແຜ່ນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ງົວ​ຈາ​ມະ​ລີທີ່​ກຳ​ລັງ​ໄຖ​ນາ​ຢູ່ເທິງ​ພູ​ພຽງ​ຫິ​ມະ. ພໍ່​ແມ່​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ພູ​ພຽງ​ຊິງ​ໄຫ​ຕິ​ເບດ​ຈີນ​ມີ​ຄຳ​ສຸ​ພາ​ສິດ​ວ່າ: ຂໍ​ພຽງ​ແຕ່​ເປັນ​ບ່ອນ​ທີ່​ມີ​ເຜົ່າ​ຕິ​ເບດ​ກໍ​ຈະ​ຕ້ອງ​ມີ​ງົວ​ຈາ​ມະ​ລີ. ເປັນ​ເວ​ລາ​ພັນ​ກວ່າ​ປີ​ມາ​ແລ້ວ, ງົວ​ຈາ​ມະ​ລີ​ໄດ້​ເປັນ​ເພື່ອນ​ຮ່ວມ​ຊີ​ວິດ​ກັບ​ປະ​ຊາ​ຊົນ​ເຜົ່າ​ຕິ​ເບດ, ເຊິ່ງ​ໄດ້​ປະ​ກອບ​ສ່ວນຈົນ​ສຸດ​ຂີດ​​ເພື່ອ​​ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ​ເຜົ່າ​ຕິ​ເບດ​ເຊັ່ນ: ໃນ​ດ້ານ​ການ​ນຸ່ງ​ຖື, ການ​ກິນ, ການ​ຢູ່, ການ​ຂົນ​ສົ່ງ, ເຊື້ອ​ໄຟ​​ແລະການ​ໄຖ​ນາ ຈົນ​ໄດ້​ກາຍ​ເປັນ​ວັດ​ທະ​ນະ​ທຳ​ງົວ​ຈາ​ມະ​ລີ​ທີ່​ມີ​ເອ​ກະ​ລັ​ກ​ພິ​ເສດ. ແຕ່​ວ່າ ກ່ອນ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ​ປີ 1959, ຕິ​ເບດ​​ໄດ້ຕົກ​ຢູ່​ໃນ​ໄລ​ຍະ​ຂອງສົງ​ຄົມ​ລະ​ບອບ​ຂ້າ​ທາດ​ກະ​ສິ​ກຳ​ສັກ​ດິ​ນາ, ປະ​ຊາ​ກອນ 90% ເປັນ​ຂ້າ​ທາດ​ກະ​ສິ​ກຳ, ເຂົາ​ເຈົ້າ​ພ້ອມ​ດ້ວຍ​ງົວ​ຈາ​ມະ​ລີ,ທີ່​ດິນ​ລ້ວນ​ແຕ່​ເປັນ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ເຈົ້າ​​ທາດ. ໃນ​ສາຍ​ຕາ​ຂອງ​ເຈົ້າ​​ທາດ​ກະ​ສິ​ກຳ, ຂ້າ​ທາດ​ກະ​ສິ​ກຳ​ເປັນ​ພຽງ “ສັດ​ທີ່​ປາກ​ໄດ້”​ເທົ່າ​ນັ້ນ, ເຂົາ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​ທີ່​ທຸກ​ຍາກ​​ແລະເດືອດ​ຮ້ອນ​ປານ​ໃນ​ນາ​ຮົກ.
 

ຮູບ​ແຕ້ມ​ແຜ່ນ​ດັ່ງ​ກ່າວ​ແມ່ນ​ສິ​ລະ​ປິນ​ໄດ້​ແຕ້ມ​ຂຶ້ນ​ໃນ​ຊຸມ​ປີ1960 ເພື່ອ​ເປັນ​ທີ່​ລະ​ນຶກ​ເຖິງ​ເຫດ​ການ​ສຳ​ຄັນ​ກ່ຽວ​ກັບ​ຂ້າ​ທາດ​ກະ​ສິ​ກຳ​ນັບ​ເປັນ​ລ້ານ​ຄົນ​ຂອງ​ຕິ​ເບດ​​ທີ່ໄດ້​ຮັບ​ການ​ປົດ​ປ່ອຍ​ແລະ​ສ້າງ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ຂຶ້ນ​ແທນ.
 

ຜ່ານ​ຈາກ​ການ​ອອກ​ແຮງ​ງານ​ດ້ວຍ​ຄວາມ​ດຸ​ໝັ່ນ​ອົດ​ທົນ, ປະ​ຊາ​ຊົນ​ຕິ​ເບດ​ທີ່​ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ​ນັ້ນ​ກໍ​ໄດ້​ແກ້​ໄຂ​ບັນ​ຫາ​ທຸກ​ຍາກ​ຢ່າງ​ສິ້ນ​ເຊີງ​ໃນ​ທ້າຍ​ປີ2020ຄື​ກັນ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ອື່ນໆ​ຂອງ​ຈີນ. ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ໄດ້​ດຳ​ລົງ​ຊີ​ວິດ​​ໂດຍ​ບໍ່​ຕ້ອງ​ເປັນ​ຫ່ວງນຳ​ການ​ກິນ​ແລະ​ການ​ນຸ່ງ​ຖື, ມີ​ການ​ຮັບ​ປະ​ກັນ​ໃນ​ດ້ານ​ການ​ສຶກ​ສາ,ການ​ປິ່ນ​ປົວ​ແລະ​ເຮືອນ​ຢູ່.
 

ຈີນ​ມີ​ຄຳ​ບູ​ຮານ​ທີ່​ວ່າ: “ເຢິນ​ເຊິ່ງ​ຈ້າຍ​ສິນ, ສິນ​ເຈີ​ປູ້​ຄຸ້ຍ” ໝາຍ​ຄວາມ​ວ່າ: ການ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ​ຂຶ້ນ​ຢູ່​ກັບ​ຄວາມ​ດຸ​ໝັ່ນ, ເມື່ອ​ມີ​ຄວາມ​ດຸ​ໝັ່ນ​ກໍ​ຈະ​ມີ​ກິນ​ມີ​ໃຊ້. ຄັນ​ຊັ້ນ, ຂໍ​ມອບ ​ຈິດ​ໃຈ “ງົວ​ໄຖ​ນາ” ໃຫ້​ທ່ານ, ຫວັງ​ວ່າ ທ່ານ​ຈະ “ກໍ້​ແຂນ​ເສື້ອ​ຂຶ້ນ,​ສູ້​ຊົນ​ເຮັດ​ວຽກ!”, ຄວາມ​ດຸ​ໝັ່ນຈະ​ຊ່ວຍ​ໃຫ້​ທ່ານ​ປະ​ສົບ​ຜົນ​ສຳ​ເລັດ.
 

ງົວ​ໂຕ​ທີ​ສາມ​ຄື: “ງົວ​ເກັບ​ກ່ຽວອຸ​ດົມ​ສົມ​ບູນ”
 

ສີ​ແສງ​ແຫ່ງ​ຍຸກ: ປີ​ໃໝ່​ປີ​ສະຫຼູ​ ຂໍ​ມອບ “​​ຈິດ​ໃຈງົວ 3 ​​ແບບ”​ ໃຫ້​ທ່ານ_fororder_三头牛3
 

ຈີນ​ມີ​ຄຳ​ສຸ​ພາ​ສິດ​ວ່າ: ການ​ອອກ​ແຮງ​ງານຫຼາຍ​ເທົ່າ​ໃດ​ຈະ​ໄດ້​ຜົນ​ເກັບ​ກ່ຽວຫຼາຍ​ເທົ່າ​ນັ້ນ. ຢູ່​ຫໍ​ວິ​ຈິດສິນຈີນ​ໄດ້​ສະ​ສົມ​ຮູບ​ແຕ້ມ​ແຜ່ນ​ໜຶ່ງ​ຂອງ​ທ່ານ​ເຟີ່ງ​ຈື​ໄຂ ນັກ​ແຕ້ມ​ຮູບ​ແລະ​ ​ສິ​ລະ​ປິນ​ຂຽນ​ງາມ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ. ໃນ​ຮູບ​ແຕ້ມ​ແຜ່ນ​ນີ້​ມີ​ລູກ​ງົວ​ຂົນ​ສີຕັບ​ໝູ​ທີ່​ເປັນ​ຕາ​ໜ້າ​ຮັກ​ໂຕ​ໜຶ່ງ, ຕີນ​ສີ່​ເບື້ອງ​ຂອງ​ມັນ​ຢຽບ​​ລົງດິນ​ຢ່າງ​ແໜ້ນ,​​ດວງຕາ​ສອງ​​ກ້ຳ​ສົດ​ໃສ​ແວວ​ວາວ, ເຂົາ​ສີ​ຂີ້​ເທົ່າ​ແກມ​ຟ້າ​ປຽບ​ເໝືອນ​ຊີກ​ວົງ​ເດືອນ​​ສອງດວງ, ແຕ່​ລະ​ດວງ​ໄດ້​ມັດ​ດອກ​ໄມ້​ແດງ​ນ້ອຍດອກໜຶ່ງ, ເບິ່ງ​​ແລ້ວຄື​ວ່າ​ໄດ້​ຮັບ​ລາງວັນຫຼັງ​ໄຖ​ນາ, ຈັ່ງ​ແມ່ນ​ເປັນ​ຕາ​ໜ້າ​ຮັກ​ແລະ​​ໜ້າ​ຊື່ນ​ຊົມ​ອີ່ຫຼີ.

 

ສີ​ແສງ​ແຫ່ງ​ຍຸກ: ປີ​ໃໝ່​ປີ​ສະຫຼູ​ ຂໍ​ມອບ “​​ຈິດ​ໃຈງົວ 3 ​​ແບບ”​ ໃຫ້​ທ່ານ_fororder_茶话会
 

ໃນ​ງານ​ນ້ຳ​ຊາ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ປີ2021, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ເສີມ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄວນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຮັບ​ໃຊ້​ປະ​ຊາ​ຊົນ​ຄືກັນ​ກັບ​ງົວ​ທີ່​ຮັບ​ໃຊ້​ຄົນ, ຈິດ​ໃຈ​ງົວ​ສັບ​​ຊ່າວ​ທີ່​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ແລະ​ຈິດ​ໃຈ​ງົວ​ທີ່​ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົດ​ທົນ, ຕ້ອງ​ມີສະ​ຕິ​ຢ່າງ​ຈະ​ແຈ້ງ​ວ່າ​ຄວນມີ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປາ​ສະ​ຈາກ​ຄວາມອວດ​ອົ່ງ​ທະ​ນົງ​ຕົວ​ແລະ​ຄວາມ​ຮ້ອນ​ຮົນ​ຟ້າວ​ຟັ່ງ​, ຮັກ​ສາ​ຈິດ​ໃຈອົດ​ທົນ​ສູ້​ຊົນ​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ສ່ຽງ​ອັນ​ຕະ​ລາຍ​ແລະ​ບຸກ​ໜ້າ​ບືນ​ຕົວ​ເພື່ອ​ຄວາມ​ກ້າວ​ໜ້າ​ຕະຫຼອດ​ໄປ, ບຸກ​ບືນ​ກ້າວ​ເດີນ​ໄປ​ໜ້າ​ໃນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສ້າງ​ສາ​ ​ປະ​ເທດ​ຊາດ. ຄົນ​ຈີນ​ເອີ້ນ​ຈິດ​ໃຈ​ດັ່ງ​ກ່າວ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ວ່າ “ຈິດ​ໃຈ​ງົວ​3​ແບບ”.
 

ຕົວ​ໜັງ​ສື​ຈີນ​ເປັນ​ຕົວ​ໜັງ​ສື​ຮູບ​ພາບ, ​ຕົວ​ໜັງ​ສື​ຈີນ​ທີ່​ວ່າ 犇 ກໍ​ປະ​ກອບ​ດ້ວຍຕົວ​ໜັງ​ສື 牛 ສາມ​ໂຕ, ເຊິ່ງ​ຕົວ​ໜັງ​ສື 牛 ກໍ​ແປ​ວ່າ ງົວຫຼື​ຄວາຍ. ​ຄຳ​ວ່າ 犇 ມີ​ຄວາມ​ໝາຍ​ວ່າ: ແລ່ນ​ມຸ້ງ​ໜ້າ​ສູ່​ບ່ອນ​ໃດ​ໜຶ່ງ​ຢ່າງ​ໄວ​ວາ.  ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ສະຫຼູ​ປະ​ເພ​ນີຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ຂໍ​ມອບ​ຈິດ​ໃຈ “ງົວ​ສາມ​ໂຕ” ນີ້​ໃຫ້​ທ່ານ ​ເພື່ອອວຍ​ພອນ​ໃຫ້​ທ່ານ ​ຈົ່​ງ​ພະ​ຍາ​ຍາມ​ພັດ​ທະ​ນາ​ວຽກ​ງານ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ໃຫ້​ດີ, ເພື່ອ​ຕ້ອນ​ຮັບວັນ​ເວ​ລາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ອຸ​ສົມ​ບົນ​ບູນ​ໃນ​ຊີ​ວິດ​ຂອງ​ຕົນ ແລະ​ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມ​ແລະ​ມີ​ຄວາມ​ສຸກ.

ຄຳ​ເຫັນ

0