黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ​ສຳ​ຫຼວດກວດ​ກາ​​ຢູ່ແຂວງ​ກຸ້ຍ​ໂຈ່ວ​, ຊີ້​ແຈງ​ທິດ​ທາງວຽກ​ງານ “ຊົນ​ນະ​ບົດ, ກະ​ສິ​ກຳ​ແລະ​ຊາວ​ນາ” ຂອງ​ຈີນ​ໃນ​ອະ​ນາ​ຄົດ

2021-02-05 18:42:44 cri

ແຂວງ​ກຸ້ຍ​ໂຈ່ວ​ປະ​ເທດ​ຈີນແມ່ນ​ແຂວງ​ທີ່​ມີ​ເມືອງ​ທຸກ​ຍາກ​ 9 ເມືອງ​ທີ່​ໄດ້​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ຫຼ້າ​ສຸດ, ທັງ​ເປັນ​ແຂວງ​ທີ່​ມີ​ປະ​ຊາ​ກອນ​ຜູ້ທຸກ​ຍາກ​ຫຼາຍ​ທີ່​ສຸດ​ໃນ​ປະ​ເທດຈີນ. ບ້ານ​ຮ​ວ້າ​ອູ່​ເມືອງ​ສຽນ​ຊີ່​ນະ​ຄອນ​ປີ້​ເຈຍ​ແຂວງ​ກຸ້ຍ​ໂຈ່ວ​ເຄີຍ​ແມ່ນ​ບ້ານ​ທຸກ​ຍາກ​ທີ່​ສຸດ, ອັດ​ຕາ​ຄວາມ​ທຸກ​ຍາກ​ຂອງປະ​ຊາ​ກອນ​ບ້ານ​ຮ​ວ້າ​ອູ່​ໃນ​ປີ 2014 ສູງ​ເຖິງ 63,6%, ແຕ່​ວ່າ​ໃນ​​ຊຸມ​ປີ​ຜ່ານ​ມາ, ໂດຍ​ຜ່ານ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ພືດ​ທີ່​ມີ​ຄ່າ, ຂະ​ແໜງ​ການ​ລ້ຽງ​ສັດ​ແລະ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ບ້ານ​ດັ່ງ​ກ່າວ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ປະ​ຊາ​ກອນ​ທຸກ​ຍາກ​​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໄດ້ທັງ​ໝົດ.

ຕອນ​ບ່າຍ​ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ສີ​ນ​ຈິ້ນ​ຜິງ ເລ​ຂາທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ບ້ານ​ຮ​ວ້າ​ອູ່​ເພື່ອ​ສຳ​ຫຼວດກວດ​ກາ​ວຽກ​ງານ. ​ເມື່ອ​ກ່ອນ, ຄົນ​ທັງ​ຫຼາຍ​ຖື​ເອົາການ​ສົ່ງ​ຄຳອວຍ​ພອນ​ປີ​ໃໝ່​ຈີນ​ໃຫ້​ແກ່​ປະ​ຊາ​ຊົນ​​ຢູ່​ເຂດ​ທຸກ​ຍາກ​ໃນ​ວັນ​ບຸນ​ນັ້ນ​ເອີ້ນ​ວ່າ: “ການ​ຢ້ຽມ​ຢາມ​​​ແລະ​ສົ່ງ​ຄວາມ​ອົບ​ອຸ່ນ​ໃຫ້​ຜູ້​ທຸກ​ຍາກ”. ແຕ່​ວ່າ​ໃນ​ປັດ​ຈຸ​ບັນ, ເຂດ​ທຸກ​ຍາກ​ແລະ​ປະ​ຊາ​ຊົນ​ທຸກ​ຍາກ​ລ້ວນ​ແຕ່​ໄດ້​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກໝົດ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ບ້ານ​ຮ​ວ້າ​ອູ່​ແມ່ນ​ເພື່ອ​ສຳ​ຫຼວດ​ເບິ່ງ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ທີ່​ປະ​ຊາ​ຊົນ​ອອກ​ເຫື່ອ​ເທ​ແຮງ​ສ້າງ​ຂຶ້ນ​ດ້ວຍຄວາມ​ພະ​ຍາ​ຍາມ​ຂອງ​ຕົນແລະ​ຊຸກ​ຍູ້ການ​ພັດ​ທະ​ນາ​​ຊົນ​ນະ​ບົດ.

ພາຍ​ຫຼັງ​ຈັດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ໃນ​ການ​ສຳ​ຫຼວດກວດ​ກາ​ພາຍ​ໃນ​ປະ​ເທດຂອງ​ທ່ານ​ສີ​ຈິ້ນ​ຜິງ 80 ກວ່າ​ເທື່ອ, ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ຕະ​ຫຼອດມາ. ເດືອນ​ທັນ​ວາ​ປີ 2012, ທ່ານ​ສີ​ຈິ້ນ​ຜີງ​ໄດ້​ເດີນ​ທາງ​ໄປບ້ານ​ຟູ້​ຜີງແຂວງ​ເຫີ​ເປີຍ, ເພື່ອ​ສຳ​ຫຼວດ​​ເບິ່ງສະ​ພາບ​​ຄວາມ​ທຸກ​ຍາກ. ເດືອນ​ພະ​ຈິກ​ປີ 2013, ທ່ານ​ສີ​ຈິ້ນ​ຜີງ ໄດ້ໄປ​ສຳ​ຫຼວດກວດ​ກາ​ຢູ່​ບ້ານ​ຊື່​ປ່າ​ຕຸ້ງ​ແຂວງ​​ຫູ​ນານ, ແລະໄດ້​ສະ​ເໜີ​ແນວ​ຄວາມ​ຄິດ “ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ” ເປັນ​ຄັ້ງ​ທຳ​ອິດ​. ປີ 2020 ກ່ອນ​​ຈະ​ເຖິງບຸນ​ກຸດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້ເດີນ​ທາງ​ໄປ​ເຖິງ​ບ້ານ​​ຊ່ານ​ເຈ່ຍ​ຕາ​ແສງ​ຊິງ​ສຸຍ​ເມືອງ​ເຖິງ​ຊົງ​ແຂວງ​ຢຸນ​ນານ, ແລະ​ໄດ້​ເນັ້ນ​ໜັກ​ວ່າ: “​ການສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດ​ຜົນ, ຂາດ​ຊົນ​ເຜົ່າ​ໃດ​ກໍ​ບໍ່​ໄດ້.” ກ່ອນ​​ຈະ​ເຖິງບຸນ​ກຸດ​ຈີນ​ປີ 2021, ພາຍ​ຫຼັງ​ສຳ​ເລັດ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຍຸກ​ໃໝ່​ຕາມ​ເວ​ລາ​ກຳ​ນົດ​​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ກຸ້ຍ​ໂຈ່ວເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊົນ​ນະ​ບົດ.

ຕໍ່​ຄຳ​ຖາມ​ທີ່​ວ່າ: ຄວນ​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊົນ​ນະ​ບົດ? ​ທ່ານ​ສີ​ຈິ້ນ​ຜິງ ໄດ້ມີ​ການ​ວາງ​ແຜນ​ມາ​ແຕ່​ດົນ​ແລ້ວ. ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ກໍ​ໄດ້​ບັນ​ລຸ​ຍາຍ​ຢ່າງ​ເປັນ​ລະ​ບົບ​ກ່ຽວ​ກັບ​​ວ່າ​ຄວນເຮັດ​ແນວ​ໃດ​ເພື່ອ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນຄື: ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊົນ​ນະ​ບົດ​ຕ້ອງ​ຊຸກ​ຍູ້​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​, ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ພັດ​ທະ​ນາລະ​ບົບ​ນີ​ເວດ​ແລະ​ພັດ​ທະ​ນາ​ການ​ຈັດ​ຕັ້ງ​ຢູ່​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ. “ຕ້ອງເຮັດ​ໃຫ້​ກະ​ສິ​ກຳ​ກາຍ​ເປັນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ຫວັງ.” “ເຮັດ​ໃຫ້​ຄວາມ​ສີ​ວິ​ໄລ​ໃນ​ຊົນ​ນະ​ບົດ​ມີ​ສະ​ຖາ​ນະ​ພາບ​ການ​ໃໝ່”, “ສ້າງ​ຊົນ​ນະ​ບົດ​ໃຫ້​ເປັນ​ບ້ານ​ເຮືອນ​ທີ່​ສວຍ​ງາມ​ຂອງ​ຊາວ​​ກະ​ສິ​ກອນ”, “ຮັບ​ປະ​ກັນ​ໃຫ້​ສັງ​ຄົມ​ຊົນ​ນະ​ບົດ​ເຕັມ​ໄປ​ດ້ວຍ​​ຄວາມ​ມີ​ຊີ​ວິດ​ຊີ​ວາ​ແລະ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.”

ທ່ານ​ສີ​ຈິ້ນ​ຜິງ ໄປ​ສຳ​ຫຼວດກວດ​ກາ​​ຢູ່​ແຂວງ​ກຸ້ຍ​ໂຈ່ວ​ເທື່ອ​ນີ້, ​ຈະ​ເປັນ​ຊີ້​ແຈງ​ທິດ​ທາງວຽກ​ງານ “ຊົນ​ນະ​ບົດ, ກະ​ສິ​ກຳ​ແລະ​ຊາວ​ນາ” ຂອງ​ຈີນ​ໃນ​ອະ​ນາ​ຄົດ​ຕື່ມ​ອີກ.

ຄຳ​ເຫັນ

0