黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ບຸກ​ຄົນ​ທີ່​ກັບ​ຄືນ​ຮ່າ​ໂນ້ຍ​ພາຍ​ຫຼັງ​ວັນ​ພັກ​ບຸນ​ປີ​ໃໝ່​ຕ້ອງ​ມີໃບ​ຢັ້ງ​ຢືນ​ສຸ​ຂ​ະ​ພາບ

2021-02-14 14:27:27 cri

ບຸກ​ຄົນ​ທີ່​ກັບ​ຄືນ​ຮ່າ​ໂນ້ຍ​ພາຍ​ຫຼັງ​ວັນ​ພັກ​ບຸນ​ປີ​ໃໝ່​ຕ້ອງ​ມີໃບ​ຢັ້ງ​ຢືນ​ສຸ​ຂ​ະ​ພາບ_fororder_微信图片_20210214142617

ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ​ຫວຽດ​ນາມ​ເປີດ​ເຜີຍ​ໃນ​ວັນ​ທີ 13 ກຸມ​ພາ​ນີ້​ວ່າ:  ບຸກ​ຄົນ​ທີ່​ກັບ​ຄືນ​ນະ​ຄອນ​​ຫຼວງ​ຮ່າ​ໂນ້ຍ​ພາຍ​ຫຼັງ​​ວັນ​ພັກບຸນ​ປີ​ໃໝ່​ຕ້ອງ​ມີໃບ​ຢັ້ງ​ຢືນ​ສຸ​ຂະ​ພາບ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ເມືອງ​ແລະ​ຖະ​ໜົນ​ຕ່າງໆ​ຕັ້ງ​ໜ້າ​ເຮັດ​ວຽກ​ງານ​ປຸກ​ລະ​ດົມ​ແລະ​ຕິດ​ຕາມ​ເພື່ອ​ປ້ອ​ງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ໃຫ້​ດີ, ໃນ​ໄລ​ຍະ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ຫ້າມ​ບໍ່​ໃຫ້​ຈັດ​ກິດ​ຈະ​ກຳ​ບຸນ​ວັດ​ແລະ​ອື່ນໆ​ທີ່​ມີ​ຄົນ​ເຕົ້າ​ໂຮມ​ກັນ​ຢ່າງ​ຫຼວງ​ຫຼາຍ. ຕາມ​ຂໍ້​ກຳ​ນົດ, ກ່ອນ​ມື້​ຂຶ້ນ 15 ຄ່ຳເດືອນ​ຈຽງ​ຕາມ​ຈັ​ນ​ທະ​ຄະ​ຕິ​ຈີນ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງ​ໆຂອງ​ຮ່າ​ໂນ້ຍ​ຫ້າມ​ບໍ່​ໃຫ້​​ຕ້ອນຮັບ​​ນັກ​ທ່ອງ​ທ່ຽວ​ຢ່າງ​ລະ​ເມີດ​ກົດ​ລະ​ບຽບ.

ກ່ຽວ​ກັບ​ເລື່ອງ​ຟື້ນ​ຟູ​ການ​ຮຽນ, ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຈະ​ປຶກ​ສາ​ຫາ​ລື​​ກັນ​ວ່າ​ໃນ​ວັນ​ທີ 16 ກຸມ​ພາ​ນີ້ຈະ​ເປີດ​ພາກຮຽນ​ຕາມ​ເວ​ລາ​ກຳ​ນົດ​ຫຼື​​ຈັດ​ຕັ້ງ​ການ​ຮຽນ-ການ​ສອນ​ຜ່ານ​ທາງ​ອິນ​ເຕີ​ເນັດ. ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ, ວັນ​ພັກ​ປີ​ໃໝ່​ປີ 2021 ນີ້​ແມ່ນເລີ່ມ​ແຕ່​ວັນ​ທີ 10 ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 16 ກຸມ​ພາ​ນີ້.

ຄຳ​ເຫັນ

0