吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ​ຕໍ່​ສະ​ພາບ​ການ​ມຽນ​ມາ

2021-02-15 14:43:22 CRI

     ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ອັນ​ໂ​ຕ​ນີ​ໂອ ​ກູ​ເຕີ​ເຣັ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ໂຄ​ສົກ​ຂອງ​ທ່ານ​ອອກ​ຖະ​ແຫຼງ​ການ​ວ່າ, ທ່ານ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ​ຕໍ່​ສະ​ພາບ​ການ​ມຽ​ນ​ມາ.

 

     ຖະ​ແຫຼງ​ການ​ຂຽນ​ວ່​າ, ຂ່າວ​ແຈ້ງ​ວ່າ, ​ຝ່າຍທະ​ຫານ​ມຽນ​ມາ​ໄດ້​ເພີ່ມ​ທະ​ວີ​ການ​ໃຊ້​ກຳ​ລັງ​ອາ​ວຸດ ແລະ ຈັດ​​ວາງລົດ​ທະ​ຫານ​ຈຳ​ນວນ​ຫຼາຍກວ່າ​ເກົ່າ​ຢູ່​ຕົວ​ເມືອງ​ຕົ້ນ​ຕໍ​ຕ່າງໆ​ທົ່ວ​ປະ​ເທດ​ມຽນ​ມາ, ທ່ານ​ເຕີ​ເຣັ​ສ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ເລື່ອງ​ນີ້​ຫຼາຍ.


     ທ່ານ​ກູ​​ເຕີ​ເຣັ​ສ​ຮຽກ​ຮ້ອງ​ໃຫ້ກອງ​ທັບ ແລະ ຕຳ​ຫຼວດ​ມຽນ​ມາ​​ຈົ່ງຮັບ​ປະ​ກັນ​​ໃຫ້ປະ​ຊາ​ຊົນ​ມີ​ສິດ​ໂຮມຊຸມ​ນຸມ​ກັນ​ໂດຍ​ສັນ​ຕິ ແລະ ບໍ່​ແກ້​ແຄ້ນ​ຕໍ່​​ຜູ້​ປະ​ທ້ວງ. ທ່ານ​ກ່າວ​ວ່າ, ຂ່າວ​ແຈ້ງວ່າ, ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​​ໄດ້ໃຊ້​ຄວາມ​ຮຸນ​ແຮງ, ດຳ​ເນີນ​ການ​ຂົ່ມ​ຂູ່ ແລະ ການ​​ເຈົ້າ​ໜ້າ​ທີ່​ຢ່າງ​ສືບ​ເນື່ອງ, ນີ້​ເປັນ​ເລື່ອງ​ທີ່​ຮັບ​ເອົາ​ບໍ່​ໄດ້.


     ໃນ​ຖະ​ແຫຼງ​ການ ທ່ານ​ກ່າວ​ຢ້ຳ​ວ່າ, ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ມຽນ​ມາ​ສະ​ແຫວງ​ຫາ​ປະ​ຊາ​ທິ​ປະ​ໄຕ, ສັນ​ຕິ​ພາບ, ສິດ​ທິ​ມະ​ນຸດ ແລະ ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ.


      ທ່ານ​ກູ​​ເຕີ​ເຣັ​ສ​ຍັງ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ​ມຽນ​ມາ, ​ຈົ່ງອະ​ນຸ​ຍາດ​ໃຫ້​ທ່ານ​ຄຼິ​ສ​ຕ​ຽນ ສະ​ຣາ​​ເນີ ​ເບີ​ເກີ​ນາ ທູດ​ພິ​ເສດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ໄປຢ້ຽມ​ຢາມ​ມຽນ​ມາ ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍເພື່ອ​ປະ​ເມີນ​ສະ​ພາບ​ການ​ໂດຍ​ກົງ.

ຄຳ​ເຫັນ

0