郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີ2020​ຫຼຸດລົງ5,4%

2021-02-15 17:21:07 cri

 ​ວັນ​ທີ15ກຸມ​ພານີ້,ກະ​ຊວງ​ກາ​ນ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​ປະ​ກາດ​ວ່າ, ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີ2020ໄດ້​ຫຼຸດລົງ5,4%,ເມື່ອ​ທຽບ​ກັບ​ການ​ຄາດ​ຄະ​ເນ​ທີ່​ຫຼຸດ​ລົງ5,8%,ລະ​ດັບການ​ຫຼຸດ​ລົງ​ແມ່ນ​ໜ້ອຍກວ່າ​ໜ້ອຍ​ໜຶ່ງ.

   ກະ​ຊວງ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ,ເສດ​ຖະ​ກິດ​ທົ່ວ​ໂລກ​ຍັງ​ມີ​ປັດ​ໄຈ​ແລະ​ຄວາມ​ສ່ຽງ​ທີ່​ບໍ່​ແນ່​ນອນ,ເຊິ່ງ​ລວມ​ທັງ​ເສດ​ຖະ​ກິດ​ໂລກ​ມີການ​ຟື້ນ​ຕົວ​ຄືນ​ໃນ​ລະ​ດັບ​ຕ່າງ​ກັນ,​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ໄດ້​ຮັບ​ຄວາມ​ກົດ​ດັນ​ດ້ານ​ລະ​ບົບ​ການ​ເງິນ​ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ19 ແລະ​ອື່ນໆ. ແຕ່​ຄຽງ​ຄູ່​ກັບ​ສະ​ພາ​ບ​ພະ​ຍາດ​ໄດ້​ຮັບ​ການ​ຄວບ​ຄຸມ​ເທື່ອ​ລະ​ກ້າວ,ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີ2021ນີ້​ຈະ​ຟື້ນ​ຟູ​ຄືນ​ເທື່ອ​ລະ​ໜ້ອຍ,ເຊິ່ງ​ລວມ​ທັງ​ຂະ​ແໜງ​ການ​ຕ່າງໆ​ທີ່​ມີ​ແຮງ​ຂັບ​ເຄື່ອນ​ຈາກ​ພາຍນອກ, ເຊັ່ນ:​ຂະ​ແໜງການ​ຄ້າ​ແລະ​ການ​ບໍ​ລິ​ການເປັນ​ຕົ້ນ,ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຍ້ອນ​ຄວາມ​ຕ້ອງ​ການ​ດ້ານນອກ​ຫຼາຍ​ຂຶ້ນ.

   ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​ຄາດ​ຄະ​ເນ​ວ່າ,ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີນີ້​ຈະ​ເພີ່ມ​ຂຶ້ນ​4-6%.

ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີ2020​ຫຼຸດລົງ5,4%_fororder_51660273

 

ຄຳ​ເຫັນ

0