吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອນ​ເວ​ລາ​ໄຕ່​ສວນ​ຄະ​ດີ​ກ່ຽວ​ກັບທ່ານນາງອັອງ​ຊານ​ຊູ​ຈີ​​ໃນ​ຂໍ້​ຫາ​ລະ​ເມີດ “ກົດ​ໝາຍ​ວ່າ​ດ້ວຍການ​ຄ້າ​ຂາ​ເຂົ້າ​ຂາ​ອອກ” ໄປ​ເຖິງວັນ​ທີ 17 ກຸມ​ພາ​ນີ້

2021-02-15 14:28:54 CRI

    ຕາມ​ແຜນ​ການ​ເດີມ, ຄະ​ດີ​ກ່ຽວ​ກັບ​ທ່ານນາງອັອງ​ຊານ​ຊູ​ຈີ​ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ທີ່ຖືກ​ສົງ​ໄສ​ລະ​ເມີດ “ກົດ​ໝາຍ​ວ່າ​ດ້ວຍການ​ຄ້າ​ຂາ​ເຂົ້າ​ຂາ​ອອກມ​ຽນ​ມາ” ຈະ​ໄຕ່​ສວນ​ຢູ່​ສານ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ໃນ​ວັນ​ທີ 15 ກຸມ​ພາ​ນີ້. ແຕ່​​ໃນ​ມື້​ດັ່ງ​ກ່າວ ສານ​ບອກ​ໃຫ້​ຮູ້​ວ່າ, ໄດ້​ຕົກ​ລົງ​ເລື່ອນ​ເວ​ລາ​ໄຕ່​ສວນ​ຄະ​ດີ​ດັ່ງ​ກ່າວ​ໄປ​ເຖິງວັນ​ພຸດ ກໍ່​ຄື​ວັນ​ທີ 17 ກຸມ​ພາ​ນີ້.


     ກ່ອນ​ໜ້າ​ນີ້, ຍ້ອນ​​ໄດ້​ຊອກ​ພົບໂຟ​ນີ​ທີ່​ນຳ​ເຂົ້າ​ຢ່າງ​ຜິດ​ກົດ​ໝາຍໃນ​ເຮືອນ​ຂອງ​ທ່ານນາງ​ອັອງ​ຊານ​ຊູ​ຈີ​ທີ່​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ຈິ່ງ​ໄດ້​ກ່າວ​ຟ້ອງ​ນາງ​ໂດຍອີງ​ຕາມຂໍ້​ມາດ​ຕາ 8 ​ຂອງ“ກົດ​ໝາຍ​ວ່າ​ດ້ວຍການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ມຽນ​ມາ”, ຜູ້​ລະ​ເມີດ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ຖືກ​​ຕັດ​ອິດ​ສະ​ຫຼະ​ພາບ ບໍ່​ຫຼາຍກວ່າ​ເວ​ລາ 3 ປີ ຫຼື ປັບ​ໃໝ​ເງິນ ຫຼື ທັງ​​ຕັດ​ອິດ​ສະ​ຫຼະ​ພາບ​ທັງ​ປັບ​ໃໝ​ເງິນ.

ຄຳ​ເຫັນ

0