ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆນີ້, ທ່ານພິນິດ ຈາຣຸສົມບັດ ອະດີດນາຍົກລັດຖະມົນຕີ ທັງເປັນປະທານສະມາຄົມວັດທະນະທຳ ແລະ ເສດຖະກິດໄທ-ຈີນກ່າວວ່າ, ໃນບັນຫາເຂດຊິ່ນຈ່ຽງ, ອາເມຣິກາໄດ້ໃສ່ຮ້າຍປ້າຍສີຕໍ່ຈີນດ້ວຍເຈຕະນາຮ້າຍ ແຕ່ໃນທີ່ສຸດ ຍ່ອມຈະເຮັດໃຫ້ປະເທດຕົນບາດເຈັບຮ້າຍແຮງກວ່າ. ເພາະຄວາມຂີ້ຕົວະສະຫຼາຍໄປເອງໂດຍບໍ່ຕ້ອງເຮັດຫຍັງ, ຜູ້ທຳຮ້າຍຜູ້ອື່ນຍ່ອມຈະທຳຮ້າຍຕົນເອງໃນທີ່ສຸດ.
ໃນເວລາໃຫ້ສຳພາດ, ທ່ານພິນິດຊີ້ໃຫ້ເຫັນວ່າ, ໃນເວລາທ່ານໂດໂນ ທຣຳອະດີດປະທານາທິບໍດີອາເມຣິກາກຳອຳນາດ, ທ່ານໄດ້ໃສ່ຮ້າຍປ້າຍສີຕໍ່ສະພາບສິດທິມະນຸດຢູ່ເຂດຊິ່ນຈ່ຽງ ແລະ ນະໂຍບາຍປົກຄອງຊິ່ນຈ່ຽງຂອງລັດຖະບານຈີນ, ທັງແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ. ແຕ່ປະເທດອື່ນໆໃນໂລກລ້ວນແຕ່ເຫັນແຈ້ງເລື່ອງນີ້ໝົດ.
ທ່ານພິນິດກ່າວຕື່ມວ່າ: “ຂ້າພະເຈົ້າເຄີຍໄປຮອດຊິ່ນຈ່ຽງ, ໄດ້ສຳຜັດເຖິງຄວາມກະຕືລືລົ້ນ ແລະ ຄວາມເປັນມິດຂອງປະຊາຊົນຊິ່ນຈ່ຽງໂດຍຕົນເອງ, ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີງາມ ແລະ ຄວາມສຸກອຸດົມສົມບູນ. ຂ້າພະເຈົ້າບໍ່ໄດ້ເຫັນປະຊາຊົນຊິ່ນຈ່ຽງຖືກທຳລາຍແມ່ແຕ່ໜ້ອຍດຽວ.”
ທ່ານຍັງກ່າວວ່າ, ຢູ່ຈີນ, ນອກຈາກເຂດປົກຄອງຕົນເອງເວີຍເກີຊິ່ນຈ່ຽງ, ຊົນເຜົ່າສ່ວນໜ້ອຍຕ່າງໆ ເຊັ່ນ, ເຜົ່າຕິເບດ ແລະ ເຜົ່າຈ້ວງເປັນຕົ້ນລ້ວນແຕ່ໄດ້ພັດທະນາເປັນຢ່າງດີພາຍໃຕ້ການນຳພາຂອງລັດຖະບານຈີນ.
ຄຳເຫັນ
0