郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ມຽນ​ມາກ່າວ​ວ່າ: ການ​ປະ​ທ້ວງ​ຢູ່​ຫຼາຍ​ແຫ່ງ​ເຮັດ​ໃຫ້​ມີ​ຄົນ​ຮັບ​ບາດ​ເຈັບ

2021-02-17 14:51:42 cri

   ​ວັນ​ທີ16ກຸມ​ພານີ້, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ມຽນ​ມາກ່າວ​ວ່າ: ໃນການ​ປະ​ທ້ວງທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ຂອງມຽນ​ມາ​ໃນ​ຫວ່າງ​ມໍ່ໆ​ມານີ້,ຝ່າຍ​ຕຳ​ຫຼວດ​ໄດ້​ປະ​ທະ​ກັນ​ກັບ​ຜູ້​ປະ​ທ້ວງ,​ເຮັດ​ໃຫ້ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ເຊິ່ງ​ລວມ​ທັງ​ຕຳ​ຫຼວດ​ແລະ​ຜູ້​ປະ​ທ້ວງ.

   ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ມຽນ​ມາທີ່​ຝ່າ​ຍ​ທະ​ຫານມຽນ​ມາ​ປະ​ກາດ​ສ້າງ​ຕັ້ງ​ຂຶ້ນ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ເທື່ອ​ທຳ​ອິດ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ໃນ​ມື້ຶ້​ດຽວ​ກັນ. ຜູ້​ຮັບ​ຜິດ​ຊອບ​ໜ່ວຍ​ງານ​ໂຄ​ສະ​ນາ​ຂອງ​ຄະ​ນະ​ກຳ​ມະ​ການດັ່ງ​ກ່າວ​ກ່າວ​ວ່າ, ໃນ​ການ​ປະ​ທ້ວງທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງເຊັ່ນ: ເນ​ປີ​ດໍ, ມານດາ​ເລ,ແລະ​ລັດ​ມົນ​ເປັນ​ຕົ້ນ​ໃນ​ຫວ່າງ​ມໍ່ໆ​ມານີ້, ລະ​ຫວ່າງ​ຕຳ​ຫຼວດ​ກັບ​ຜູ້​ປະ​ທ້ວງ​ໄດ້​ເກີດ​ການ​ປະ​ທະ​ກັນ, ທັງ​ສອງ​ຝ່າຍ​ລ້ວນ​ແຕ່ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ.

   ຜູ້​ຮັບ​ຜິດ​ຊອບ​ທ່ານນີ້​ກ່າວ​ຕື່ມ​ວ່າ, ທ່ານ​ວີນ​ມີນ ປະ​ທາ​ນາ​ທິ​ບໍ​ດີມຽນ​ມາ, ທ່ານ​ນາງ​ອອງ​ຊັນ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ພວມ​ຖືກ​ກັກ​ຂັງ​ຢູ່​ບ່ອນ​ປອດ​ໄພ,​ພວກ​ເພິ່ນ​ມີ​ສຸ​ຂະ​ພາບແຂງ​ແຮງ​ດີ​, ຈະກ່າວ​ຟ້ອງ​ພວກ​ທ່ານຕາມ​ກົດ​ໝາຍ.

   ໃນ​ຫຼາຍມື້​ຜ່ານ​ມາ ຢູ່​ມຽນ​ມາ​ໄດ້​ເກີດ​ການ​ປະ​ທ້ວງ,ຜູ້​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ​ນາງ​ອອງ​ຊັນ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ທີ່​ຖືກ​ກັກ​ຂັງ​.

ຄຳ​ເຫັນ

0