尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມຽນ​ມາ​ໄດ້ຈັບ​ຕົວ​ນັກ​ສະ​ແດງສິ​ລະ​ປະ 6 ຄົນ

2021-02-18 11:34:55 cri

ວັນ​ທີ 17 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມຽນ​ມາ​ໄດ້​ປະ​ກາດ​​ວ່າ:ໄດ້ຈັບ​ຕົວ​ນັກ​ສະ​ແດງ​ສິ​ລະ​ປະ 6 ຄົນ​ໃນ​ຂໍ້​ຫາ​ຍຸ​ຍົງ​ລັດ​ຖະ​ກອນ​​ໃຫ້ເຂົ້າ​ຮ່ວມ​ການ​ນັດ​ຢຸດ​ງານ.
 

ແຈ້ງ​ການ​ກ່າວ​ວ່າ: ນັກສະ​ແດງ 6 ຄົນ​ດັ່ງ​ກ່າວ​ປະ​ກອບ​ມີ​ຜູ້​ກຳ​ກັບ​ການ​ສະ​ແດງ 3 ຄົນ, ນັກ​ສະ​ແດງ 2 ຄົນ​ແລະ​ນັກ​ຮ້ອງ 1 ຄົນ, ເຂົາ​ເຈົ້າ​ໄດ້​ສວຍ​ໃຊ້​​ຄວາມ​ມີຊື່​ສຽງ​ຂອງ​ຕົນ​​ເພື່ອສະ​ໜັບ​ສະ​ໜູບ​ການ​ເຄື່ອນ​ໄຫວ​ປະ​ທ້ວງ,ພ້ອມ​ທັງ​ຍຸ​ຍົງ​ລັດ​ຖະ​ກອນ​​ໃຫ້ເຂົ້າ​ຮ່ວມ​ກາ​ນ​ນັດ​ຢຸດ​ງານ. ​ສະ​ນັ້ນເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈຶ່ງໄດ້​ຈັ​ບ​ຕົວ​ເຂົາ​ເຈົ້າ​ມາ​ດຳ​ເນີ​ຄະ​ດີ.
 

ໃນຫຼາຍ​ມື້​ຜ່ານ​ມາ, ​ຢູ່ແຫ່ງ​ຕ່າງໆ​ຂອງ​ມຽນ​​ມາ​ໄດ້​ເກີດມີ​ການ​ເຄື່ອນ​ໄຫວ​ປະ​ທ້ວງ, ຄຳ​ຮ້ອງ​ຂໍ​ຂອງ​ຜູ້​ປະ​ທ້ວງ​ແມ່ນ​ຢາກ​ໃຫ້​ປ່ອຍ​ຕົວ​ທ່ານ​ນາງ ອອງ​ຊານ ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​​ທີ່​ໄດ້​ຖືກ​ກັກ​ຕົວ. ພະ​ນັກ​ງານ​ຫຼາຍ​ຂະ​ແໜງ​ການ​ເຊິ່ງ​ລວມ​ທັງ​ລັດ​ຖະ​ກອນ​ຈຳ​ນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ການ​ນັດຢຸດ​ງານ,​ເພື່ອສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ປະ​ທ້ວງ.

ຄຳ​ເຫັນ

0