蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ເລີ່ມ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ໄລ​ຍະ 2

2021-02-18 15:41:21 CRI

ວັນ​ທີ 17 ກຸມ​ພາ​ນີ້, ອິນ​ໂດ​ເນ​ເຊຍໄດ້​ເລີ່ມ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ໄລ​ຍະ 2ຂະ​ໜາດ​ໃຫຍ່ ຢ່າງ​ເປັນ​ທາງ​ການ, ຄາດ​ວ່າ: ຈະ​ສັກ​ວັກ​ຊີນ​ໃຫ້​ແກ່​ພະ​ນັກ​ງານ​ບໍ​ລິ​ການ​ສາ​ທາ​ລະ​ນ​ະ 16,9 ລ້ານ​ຄົນ ແລະ ຜູ້​ອາ​ຍຸ​ສູງ 21,5 ລ້ານ​ຄົນ​ສຳ​ເລັດ ກ່ອນ​ເດືອນ​ພຶດ​ສະ​ພາ​ປີ​ນີ້.

ວັນ​ທີ 17 ກຸມ​ພາ​ນີ້, ກອງ​ເລ​ຂາ​ຄະ​ນະ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້ອອກ​ຖະ​ແຫຼງ​ກາ​ນ​ວ່າ: ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ໄລ​ຍະ 1 ຂະ​ໜາດ​ໃຫຍ່​ ໃນ​ວັນ​ທີ 14 ມັງ​ກອນ​ຜ່ານ​ມາ​ນີ້, ຕົ້ນ​ຕໍ​ແມ່ນ​ສັກ​ໃຫ້​ພະ​ນັກ​ງານ​ການ​ແພດ ແລະ ພະ​ຍາ​ບານ. ມາ​ຮ​ອດ​ປັດ​ຈຸ​ບັນ, ໄດ້​​ສັກ​ວັກ​ຊີນ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ ແລະ ພະ​ຍາ​ບານ​ສຳ​ເລັດ​ແລ້ວ 1,46 ລ້ານ​ຄົນ. ​ສຳ​ລັບໄລ​ຍະ 2 ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​, ພະ​ນັກ​ງານ​ບໍ​ລິ​ການ​ສາ​ທາ​ລະ​ນະ 16,9 ລ້ານ​ຄົນ​​ທີ່​ໄດ້​ສັກ​ວັກ​ຊີນລ​ວມ​ມີ​ລັດ​ຖະ​ກອນ, ເຈົ້າ​ໜ້າ​ທີ່​ທະ​ຫານ​ແລະ​ຕຳຫຼວດ, ພໍ່​ຄ້າ​ຊາວ​ຂາຍ, ນັກ​ຂ່າວ, ນັກ​ກິ​ລາ ແລະ ອື່ນໆ. ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ໄປ​ສຳຫຼວດກວດ​ເບິ່ງ​ສະ​ພາບ​ການ​ສັກ​ວັກ​ຊີນ​ຢູ່​ຕະຫຼາດ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ.

ຄຳ​ເຫັນ

0