蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ລາວ

2021-02-18 15:37:51 CRI

ຫວ່າງມໍ່ໆ​ມາ​ນີ້, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ ສ​ປ​ປ ລາວ​ໄດ້​ແຈ້ງ​ຂ່າວ​ວ່າ: ໃນ​ວັນ​ທີ 15 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ຫາດ​ຊາຍ​ຟອງ​ນະ​ຄອນຫຼວງວຽງ​ຈັນ​ໄດ້​ຮັບ​ຂໍ້​ມູນວ່າ: ມີ​ແຮງ​ງານ​ລາວ​ຜູ້​ໜຶ່ງ​ອາ​ຍຸ 35 ປີ ໄດ້​ຈ້າງ​​ຄົນ​ຂັບ​ລົດ​​ພ່ວງ​ຂອ​ງ​ໄທ, ພາ​ລູກ​ນ້ອຍ​ອາ​ຍຸ 1 ປີ​ກັບ 5ເດືອນ, ລັກ​​ລອບຂ້າມ​ມາ​ທາງ​ຂົວ​ມິດ​ຕະ​ພາບ​ລາວ-ໄທ​ເຂົ້າ​​ສູ່​ປະ​ເທດ​ລາວ. ພາຍຫຼັງ​ໄດ້​ຮັບ​​ຂໍ້​ມູນແລ້ວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຄົ້ນ​ພົບ​ຜູ້​ຍິງ​ຜູ້​ນີ້​ໃນ​ເວ​ລາ 13 ໂມງ 40 ນາ​ທີ​ຂອງ​ມື້​ດຽວ​ກັນ ແລະ ​ໄດ້ກັກ​ຕົວ​ເພື່ອ​ນຳ​ສົ່ງ​ສູນ​ກັກ​ກັນ​ຢູ່ຫຼັກ 27 ພ້ອມ​ທັງ​ໃຫ້​ຜູ້​ກ່ຽວ​ຮັບ​ຜິດ​ຊອບ​​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ.

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ປະ​ເທດລາວ​ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເປັນ​ຢ່າງ​ດີ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແຫ່ງ ສ​ປ​ປ ລາວ​​ໄດ້​ແຈ້ງ​ໃຫ້​ຮູ້ວ່າ: ມາ​ຮອດ​ວັນ​ທີ 15 ກຸມ​ພາ​ນີ້, ​ຢູ່​ພາຍ​ໃນ​ປະ​ເທດ​ລາວ​ບໍ່​ໄດ້​ກວດ​ພົບຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່, ​ນັບ​ແຕ່​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເປັນ​ຕົ້ນ​ມາ​ລວມ​ທັງ​ມີ 45 ກໍ​ລະ​ນີ, ປົວ​ໃຫ້​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ແລ້ວ 41 ຄົນ ແລະ ​ຍັງມີ 4 ຄົນ​ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ຍັງແຜ່​ລະ​ບາດ​​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ໜັກ​ໜ່ວງ, ລັດ​ຖະ​ບານ​ລາວ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເຄັ່ງ​ຄັດ​ເພື່​ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ມາ​ຈາກ​ຕ່າງ​ປະ​ເທດ ທັງໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ, ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ເຄັ່ງ​ຄັດ​ເຂັ້ມ​ງວດ​ໄດ້​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ດີ​ຕໍ່​​ກັບຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ. ນະ​ທີ່​ນີ້, ​ພວກເຮົາ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ປະ​ເທດລາວ.

ຄຳ​ເຫັນ

0