尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ລວມທັງ​ໝົດ 77,243 ລ້ານ​ເທື່ອ​ຄົນໃນ​ໄລ​ຍະ​ບຸນ​ກຸດ​ຈີນ

2021-02-18 11:36:27 cri

ກະ​ຊວງ​​ຄົມ​ມະ​ນາ​ຄົມແລະ​ຂົນ​ສົ່ງ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ແຕ່​ວັນ​ສົ່ງທ້າຍ​ປີເກົ່າ​​ຫາ​ມື້​ທີ 5 ​ຂອງປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ທາງ​ລົດ​ໄຟ, ທາງ​ຫຼວງ, ທາງ​ນ້ຳ, ​ການ​ບິນ​ພົນ​ລະ​ເຮືອນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈຳ​ນວນ 77,243 ລ້ານ​ເທື່ອ​ຄົນ, ຫຼຸດ​ລົງ 76,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019, ຫຼຸດ​ລົງ 43,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.
 

    ເພື່ອ​ຕອບ​ສະ​ໜອງ​ການ​ເດີນ​ທາງ​ຂອງຜູ້​ໂດຍ​ສານ​ຫຼັງ​ບຸນ​ກຸດ​ຈີນ​ສິ້ນ​ສຸດ​ລົງ, ປັດ​ຈຸ​ບັນ​, ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ປັບ​ປ່ຽນ​ແຜນ​ການຂົນ​ສົ່ງ​ຜູ້​ໂດຍ​ສານ, ​ໄດ້ເພີ່ມ​ຖ້ຽວລົດ​ເມ,ລົດ​ໄຟ​ໃຕ້​ດິນ​ຂອງ​ເສັ້ນ​ທາງ​ທີ່​ສຳ​ຄັນ, ແກ່​ຍາວ​ເວ​ລາ​ການ​ບໍ​ລິ​ການ​, ພ້ອ​ມ​ທັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ເຄັ່ງ​ຄັດ. ພາກ​ສ່ວນ​ວຽກ​ງານ​ທາງ​ທະ​ເລ​ຂອງ​ຈີນ​ໄດ້​ເປີດ “​ຊ່ອງ​ທາງ​ສີ​ຂຽວ” ໃຫ້​ແກ່​ກຳ​ປັ່ນ​ຂົນ​ສົ່ງ​ວັດ​ຖຸ​ທີ່​ສຳ​ຄັນ​ບົນ​ພື້ນ​ຖານ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກາ​ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ກຳ​ປັ່ນ​ຢ່າງ​ເຄັ່ງ​ຄັດ.

ຄຳ​ເຫັນ

0