尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ມອບ​ວັກ​ຊີນ​ໂຄວິດ-19 ໃຫ້​ແກ່ 7 ປະ​ເທດໃນ​ໄລ​ຍະ​ບຸນ​ກຸດ​ຈີນ

2021-02-19 17:51:36 cri

      ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ຈີນ​ບໍ່​ໄດ້​ຢຸດ​ຕິ​ການ​ສະ​ໜອງ​ແລະ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ໃຫ້​ກັບ​ປະ​ເທດ​ຕ່າງໆ, ​ຈີນໄດ້​ມອບ​ວັກ​ຊີນ​ໂຄວິດ-19 ໃຫ້​ແກ່ 7 ປະ​ເທດ​ໃນ​ໂລກ​ຄື: ຊີມ​ບາ​ເວ, ຕວກ​ກີ, ເປ​ຣູ, ມາ​ຣົກ, ເຊ​ເນ​ການ, ຮົງ​ກາ​ຣີ ​ແລະ ​ອາ​ຣັບ​ເອ​ມີ​ເຣດ.
 

      ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​ວ່າ: ບັນ​ດາ​ຝ່າຍ​ຄວນ​ຮ່ວມ​ມື​ກັນ​ຕ້ານ​ລັດ​ທິ​ຊາດນິ​ຍົມ​ດ້ານວັກ​ຊີນ​ໂຄວິດ-19, ຊຸກ​ຍູ້​ການ​ຈັດ​ສັນວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ​ແລ​ະ​ສົມ​ເຫດ​ສົມ​ຜົນ ໂດຍ​ສະ​ເພາະ​ແມ່ນ​ໃຫ້​ບັນ​ລຸ​​ເປົ້າ​ໝາຍ​ທີ່​ປະ​ເທດ​ພວມ​ພັດ​ທະ​ນາ​ເຊິ່ງ​ລວມ​ທັງ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນ​ສາ​ມາດ​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊື້​ວັກ​ຊີນ​ໄດ້. ​ການ​ທີ່ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ສາ​ກົນ​ດ້ານ​ວັກ​ຊີນ​ໂຄວິດ-19 ກໍ​ແມ່ນ​ເພື່ອ​ໃຫ້​ວັກ​ຊີນ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ​ຢ່າງ​ແທ້​ຈິງ. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ​ໃນ​ຂົງ​ເຂດ​ວັກ​ຊີນ​ໂຄວິດ-19,ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ແລະ​ຂົງ​ເຂດ​ອື່ນໆ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກຂອງມວນ​ມະ​ນຸດ​ແລະ​ຍາດ​ເອົາໄຊ​ຊະ​ນະ​ໃນ​ສຸດ​ທ້າຍ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ.

ຄຳ​ເຫັນ

0