尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ຍຸ​ຕິ​ທຳ​ໄທ​​ກວດ​ຄົ້ນ​ບໍ​ລິ​ສັດ​ເດັກແບບ​ທີ່​ມີ​ຊື່​ສຽງຢູ່​ໄທ​ຢ່າງ​ກະ​ທັນ​ຫັນ

2021-02-19 17:52:12 cri

      ຫວ່າງ​ມໍ່ໆ​ມາ​ນີ້, ພະ​ແນກ​ສືບ​ສວນຄະ​ດີ​ພິ​ເສດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ໄທ​ໄດ້​ດຳ​ເນີນ​ການ​ກວດ​ຄົ້ນ​ຢ່າງ​ກະ​ທັນ​ຫັນ​ກັບ​ບໍ​ລິ​ສັດ​ນາຍ​ໜ້າເດັກ​ແບບ​ເນ​ເນ ໂມ​ໂດ​​ລິງ​ຫຼື Nene Modeling ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ​ຂອງ​ໄທ, ໄດ້​ຈັບ​ຕົວ​ຜູ້​ຊາຍ​ຄົນ​ໜຶ່ງ​​ທີ່​ຖືກ​ສົ​ງ​ໄສ​ວ່າ​ລ່ວງ​ລະ​ເມີດ​ທາງ​ເພດ​ກັບ​ເດັກ​ນ້ອຍ,ທັງ​ຜະ​ລິດ​ແລະ​ເຜີຍ​ແຜ່​ຂໍ້​ມູນ​ທີ່​ລາ​ມົກ.
 

      ໜັງ​ສື​ພິມ​ບາງກອກ​ໂພ​ສ໌​ຂອງ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ: ເນ​ເນ ໂມ​ໂດ​ລິງ ແມ່ນ​ໜຶ່ງ​ໃນ​ບໍ​ລິ​ສັດນາຍ​ໜ້າ​ເດັກ​ແບບ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ໄທ. ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2013 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ໂຄ​ສະ​ນາ​ຢູ່​ເທິງ​ສື່​ສັງ​ຄົມ​ອອນ​ລາຍ, ສາ​ມາດ​ເຕົ້າ​ໂຮມ​ເດັກ​ແບບ​ແລະ​ນັກ​ສະ​ແດງ​​​ໄດ້ທັງ​ໝົດ 8.400 ຄົນ, ແລະ​ໄດ້ຮ່ວມ​ມື​ໃນ​ໄລ​ຍະ​ຍາວ​ກັບ​ບໍ​ລິ​ສັດ​ໃຫຍ່​ຂອງ​ໄທ​ຫຼາຍ​ແຫ່ງ, ເພື່ອສະ​ໜອງ​ເດັກ​ແບບ​ໃຫ້​ແກ່​ກິດ​ຈະ​ກຳ​ໂຄ​ສະ​ນາຂອງ​ບໍ​ລິ​ສັດ​​ເຫຼົ່າ​ນີ້. ສື່ມວນ​ຊົນ​ໄທ​ເອກ​ເຊມ​ໄມ​ເນີຫຼື Thai Examiner ຂອງ​ໄທ​ໃຫ້​ຮູ້​ວ່າ: ອຸດ​ສາ​ຫະ​ກຳ​ເດັກ​ແບບ​ຂອງ​ປະ​ເທດ​ໄທ​ໄດ້​ຂະ​ຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ​ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້, ພໍ່​ແມ່​​ຜູ້​ປົກ​ຄອງ​ຂອງ​ໄທ​ຈຳ​ນວນບໍ່​ໜ້ອຍ​ຢາກ​ໃຫ້​ລູ​ກ​ຕົນ​ເອງເປັນ​ເດັກ​ແບບ, ​ບາງ​ຄອບ​ຄົວ​ຢາກ​ໃຫ້​ລູກ​ເປັນ​ດາ​ລາ,​ອີກ​ສ່ວນ​ໜຶ່ງ​ແມ່ນ​ເພື່ອ​ຫາ​ເງິນ. ການ​ເຜີຍ​ແຜ່​​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ບັນ​ຫາ​​ຄວາມ​ທຸກ​ຍາກ, ບັນ​ຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ທີ່​ໜັກ​ໜ່ວງ​ແລະ​ບັນ​ຫາ​ອື່ນໆ​ໃນ​ສັງ​ຄົມລ້ວ​ນ​ແຕ່​ແມ່ນ​ປັດ​ໄຈ​ທີ່​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ເດັກ​ແບບ​ຂອງ​ໄທ​ຂະ​ຫຍາຍ​ຕົວຢ່າງວ່ອງ​ໄວ.

ຄຳ​ເຫັນ

0