徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ເມືອງ​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ອາຍ​ພິດ​ກາກບອນ​ໂມ​ໂນ​ໄຊ​ເພີ່ມ​ຂຶ້ນ​ຍ້ອນ​ເຮັດ​ອາຍ​ອຸ່ນ​ດ້ວຍ​ຕົນ​ເອງ​ທີ່​ບໍ່​ຖືກ​ຕ້ອງ

2021-02-20 16:47:39 cri

ຕາມ​ຂ່າວCRI: ​ຫຼາຍແຫ່ງ​ຢູ່​ລັດ​ເທັກ​ຊັ​ສ​ທາງ​ພາກ​ໃຕ້​ອາ​ເມ​ຣິ​ກາ​ເກີດ​ເຫດ​ການ​ໄຟ​ຟ້າ​ດັບ​ຍ້ອນ​ອາ​ກາດໜາວ​ຈັດ​ແລະຫິ​ມະ​ຕົກ​ໜັກ, ​ສະ​ນັ້ນ ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ອາຍ​ອຸ່ນ​ດ້ວຍ​ຕົນ​ເອງ​ທີ່​ບໍ່​ຖືກ​ຕ້ອງ​ຢູ່​ໃນ​ເຮືອນ​ຈຶ່ງ​ເປັນ​ສາ​ເຫດ​ໃຫ້​ໄດ້​ຮັບ​ພິດ​ກາ​ກອນ​ໂມ​ໂນ​ໄຊ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.

 

ຢູ່​ຕາ​ແສງ​ແຮຣິ​ສ​ເຊິ່ງ​ມີ​ປະ​ຊາ​ກອນ​ຫຼາຍ​ທີ່​ສຸດ​ໃນ​ລັດ​ເທັກ​ຊັ​ສ, ນັບ​ມາ​ຮອດ​ວັນ​ທີ 17 ກຸມ​ພາ​ນີ້, ​ອອກ​ແຈ້ງ​ການ​ກ່ຽວ​ກັບ​ເຫດ​ການໄດ້​ຮັບ​ພິດ​ກາກ​ບອນ​ໂມ​ໂນ​ໄຊຢ່າງ​ໜ້ອຍ 300 ກໍ​ລະ​ນີ, ເຊິ່ງ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ. ສຳ​ນັກ​ງານ​ດັບ​ເພີງ​ແຫ່ງ​ໜຶ່ງຂອງ​ທ້ອງ​ຖິ່ນ​ໄດ້ຊ່ວຍ​ຊີ​ວິດຜູ້​ຖື​ກ​ພິດ 14 ຄົນ​ພາຍ​ໃນ 24 ຊົ່ວ​ໂມງ, ລວມ​ທັງເດັກ​ນ້ອຍ 7 ຄົນ.

 

ຕາມ​ການ​ລາຍ​ງານ​ຂ່າວ​ຈາກຂ່າ​ວ​ສານ​ອາ​ເອັ​ຟ​ເປ, ນັບ​ມາ​ຮອດ​ວັນ​ທີ 18 ກຸມ​ພາ​ນີ້, ຢູ່​ລັດ​ເທັກ​ຊັ​ສ​ຍັງ​ມີ​ປະ​ມານ 32,5 ໝື່ນ​ຄອບ​ຄົວ​ຕັດບໍ່​ມີ​ໄຟ​ຟ້າ​ໃຊ້. ຢູ່​ລັດ​ລຸຍ​ເຊຍ​ນາ, ລັດ​ມິດຊີ​ຊີ​ປີ​ແລະ​ລັດ​ອາ​ຣາ​ບາ​ມາ​ທີ່ຢູ່​ໃກ້​ກັນ, ​ຝົນ​ແລະ​ຫິ​ມະ​ຕົກ​ຢ່າງ​ແຮງ​ໄດ້ເຮັດ​ໃຫ້​ຫຼາຍກວ່າ 32 ໝື່ນ​ຄອ​ບ​ຄົວ​ບໍ່​ມີ​ໄຟ​ຟ້າ​ໃຊ້ຢ່າງ​ຕໍ່​ເນື່ອງ. ສະ​ພາບອາ​ກາດ​ຮ້າຍ​ແຮງ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້ 40 ກວ່າ​ຄົນ​ເສຍ​ຊີ​ວິດ​​ໂດຍ​ກົງ​ແລະ​ທາງ​ອ້ອມ.

ຄຳ​ເຫັນ

0