李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​ປັກ​ກິ່ງ​ມີລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ເພີ່ມ​ຂຶ້ນ 2,9 ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້

2021-02-20 14:45:35 cri

ພະ​ແນກວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຈ້ງໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2021, ນະ​ຄອນ​ຫຼວງ​ປັກ​ກິ່ງ​ລວມ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວທັງ​ໝົດ 663.2000 ເທື່ອ​ຄົນ​, ເພີ່ມ​ຂຶ້ນ 3,5 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​​ບັນ​ລຸ​ເຖິງ 4,25 ຕື້ຢວນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ກາຍ​ນີ້ 2,9 ເທົ່າ, ການ​ບໍ​ລິ​ໂພກ​ໃນ​ດ້ານ​ການ​ທ່ອງ​ທ່ຽວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ເມື່ອ​ທຽບ​ໃສ່​ໄລ​ຍະ​ທີ່​ຍັງ​ບໍ່​ທັນ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ການ​ບໍ​ລິ​ໂພກ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ​ມີ​ທ່ວງ​ທ່າ​ຟື້ນ​ຄືນ​​ຢ່າງ​ພົ້ນ​ເດັ່ນ. ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ຕ້ອນ​ຮັບ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2021 ​ກວມ​ເອົາ 81,7% ຂອງ​ໄລ​ຍະ​ດຽວ​ກັນ​ຂອງປີ 2019, ການ​ໃຊ້​ຈ່າຍ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ກວມ​ເອົາ 63,5% ຂອງ​ໄລ​ຍະ​ດຽວ​ກັນ​​ຂອງ​ປີ 2019.

ຄຳ​ເຫັນ

0