秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກຊີນໂຄວິດ-19 ຂອງບໍລິສັດຊີນໂນແວກງວດທຳອິດຈຳນວນ 1 ລ້ານຫຼອດໄດ້ຂົນສົ່ງໄປຮອດຮົງກົງ

2021-02-20 15:08:25 cri

ຕອນ​ບ່າຍ​ຂອງວັນ​ທີ 19 ກຸມ​ພາ​ນີ້. ຖ້ຽວ​ບິນ​ຂອງ​ບໍ​ລິ​ສັດ​ການ​ບິນ Cathay Pacific Airways ທີ່​ໄດ້​ຂົນ​ສົ່ງວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຂອງ​ບໍ​ລິ​ສັດຊີນ​ໂນ​ແວກ​ງວ​ດ​ທຳ​ອິດ​ຈຳ​ນວນ 1 ລ້ານຫຼອດ​​ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ. ຮົງ​ກົງ​ຈະ​​ແຈກ​ຢາຍວັກ​ຊີນ​ໂຄວິ​ດ-19 ນັບ​ແຕ່​ວັນ​ທີ 23 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ ແລະ​ຈະ​ເລີ່ມໂຄງ​ການ​ສັກ​ວັກ​ຊີນ​ນັບແຕ່​ວັນ​ທີ 26 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ. ກຸ່ມ​ຄົນ 5 ປະ​ເພດ ເຊັ່ນ: ​ພະ​ນັກ​ງານ​ການ​ແພດ, ຜູ້​ທີ່​ເຂົ້າ​ຮ່ວມ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຜູ້​ເຖົ້າ​ທີ່​ມີ​ອາ​ຍຸ 60 ປີ​ຂຶ້ນ​ໄປ ເປັນ​ຕົ້ນ ຈະ​ມີ​ສິດ​ສັກ​ວັກ​ຊີນ​​ກ່ອນ​ໝູ່. ປັດ​ຈຸ​ບັນ, ຮົງ​ກົງ​ໄດ້​ອະ​ນຸ​ມັດ​​ໃຫ້ວັກ​ຊີນ​​ໂຄວິດ-19 ສອງຊະ​ນິດນຳ​ໃຊ້​​ໂດຍ​ດ່ວນຢູ່​ຮົງ​ກົງ, ຄື​: ວັກ​ຊີນ​ຂອງ​ບໍ​ລິ​ສັດຊີນ​ໂນ​ແວກຂອງ​ຈີນແລະ​ວັກ​ຊີນ​ຂອງ​ບໍ​ລິ​ສັດ​ໄບ​ໂນ​ເທັກຂອງ​ເຢຍ​ລະ​ມັນ.

ຄຳ​ເຫັນ

0