莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

2021-02-21 12:16:29 CRI

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II_fororder_微信图片_20210221110654

ບັນດາຜູ້ນຳພັກ-ລັດ ລວມທັງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ 4,2 ລ້ານກວ່າຄົນ, ຍິງ 2,1 ລ້ານກວ່າຄົນ ໄດ້ໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງ (ສສຂ) ຊຸດທີ II  ຢ່າງເປັນຂະບວນຟົດຟື້ນ ໃນວັນທີ 21 ກຸມພາ 2021 ນີ້, ຢູ່ທີ່ໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7,217 ໜ່ວຍ ໃນທົ່ວປະເທດ; ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ, ການເລືອກຕັ້ງ ສສຊ ຊຸດທີ IX ແລະສສຂ ຊຸດທີ II ກໍ່ເພື່ອເລືອກເອົາ ສສຊ 164 ທ່ານຈາກຜູ້ສະໝັກ 224 ທ່ານ ແລະເລືອກເອົາ ສສຂ 492 ທ່ານຈາກຜູ້ສະໝັກ 789 ທ່ານ.

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II_fororder_微信图片_20210221110703_副本

ການປ່ອນບັດເລືອກຕັ້ງໄດ້ເລີ່ມຂຶ້ນໃນຕອນເຊົ້າເວລາ 7 ໂມງແລະຈະສິ້ນສຸດລົງ ໃນເວລາ 17 ໂມງຂອງວັນດຽວກັນ ໂດຍມີປະຊາຊົນຜູ້ທີ່ສິດເລືອກຕັ້ງ 4.2 ລ້ານກວ່າຄົນ ໄດ້ໄປໃຊ້ສິດປະຊາທິປະໄຕຂອງຕົນເຂົ້າຮ່ວມການປ່ອນບັດຢູ່ 7.217 ໜ່ວຍປ່ອນບັດໃນ 18 ເຂດເລືອກຕັ້ງຢ່າງເປັນຂະບວນຟົດຟື້ນ.

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II_fororder_微信图片_20210221110712_副本

 ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ທອງລຸນ ສິສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຜູ້ນໍາຂັ້ນສູງຂອງພັກ-ລັດໄດ້ໄປໃຊ້ສິດບ່ອນບັດເລືອກຕັ້ງຢູ່ຕາມໜ່ວຍປ່ອນບັດຂອງແຕ່ລະເຂດຢູ່ນະຄອນຫຼວງວຽງຈັນ.

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II_fororder_微信图片_20210221110721_副本

ສະພາແຫ່ງຊາດແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ  ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ, ສະພາແຫ່ງຊາດຍັງມີພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ ແລະກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດໝາຍຂອງບັນດາອົງການລັດ.

ສປປ ລາວດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II_fororder_微信图片_20210221110735_副本

ຄຳ​ເຫັນ

0