李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ເຫຼືອ​ວັກ​ຊີນ​ແກ່ເຂດ​ອາ​ເມ​ຣິ​ກາ​ລາ​ຕີນ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2021-02-21 16:54:19 cri

ເຂດ​ອາ​ເມ​ຣິ​ກາ​ລ​າ​ຕີນແລະ​ກາ​​ຣາ​​ອິບ ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 20 ລ້ານ​ກໍ​ລະ​ນີແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້. ວັນ​ທີ 18 ກຸມ​ພາ​ນີ້, ບ​ຣາ​ຊີນ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 10 ລ້ານ​ກໍ​ລະ​ນີ, ກາຍ​ເປັນ​ປະ​ເທດ​ທີ 3 ທີ່​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 10 ລ້ານ​ກໍ​ລະ​ນີ​ເຊິ່ງ​ພຽງ​ຖັດ​ຈາກອາ​ເມ​ຣິ​ກາ​ແລະ​ອິນ​ເດຍ.

ໂດຍ​ໄດ້​ຮັບ​ຜົນ​​ກະ​ທົບ​ຈາກ​ຫຼາຍ​ປັດ​ໄຈ, ສະ​ພາບ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ລາ​ຕີນ​ຍັງຂ້ຽວ​ຂາດ​ຫຼາຍ. ໃນ​​ໄລ​ຍະ​ທີ່​ຂ້ຽວ​ຂາດ​ນີ້, ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ຂອງ​ຈີນໄດ້​ຂົນ​ສົ່ງ​ໄປ​ຮອດ​​ຫຼາຍປະ​ເທດ​ໃນ​ອາ​ເມ​ຣິ​ກາ​ລາ​ຕີນ, ເຊິ່ງ​ໄດ້​ເພີ່ມ​ກຳ​ລັງ​ແລະ​ຄວາມ​ໝັ້ນ​ໃຈໃຫ້​ປະ​ເທດ​ເຫຼົ່າ​ນີ້ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​.

ຕອນ​ບ່າຍ​ວັນ​ທີ 20 ກຸມ​ພາ​ນີ້, ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຊີ​ໂນແວັກ​ຈີນງວດ​ທຳ​ອິດ ໄດ້​ຂົນ​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ໂບ​ໂກ​ດາ​​ປະ​ເທດໂກ​​ລົມ​ບີ. ມື້​ດຽວ​ກັນ, ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຊີ​ໂນ​ແວັກ​ຈີນງວດ​ທຳ​ອິດ​ກໍ່​ໄດ້​ຂົນ​ສົ່ງ​ໄປ​ຮອດນ​ະ​ຄອນ​ຫຼວງ​ແມັກ​ຊິກ​​ປະ​ເທດ​ແມັກ​ຊິກເຊັ່ນ​ກັນ.

ວັກ​ຊີນ​ຈີນ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະ​ເທດ​ອາ​ເມ​ຣິ​ກາ​ລາ​ຕີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຈາກ​ຈີ​ເລ ຮອດ ບ​ຣາ​ຊິນ, ຈາກ​ເປຣູ​ຮອດ​ໂກ​ລົມ​ບີ, ​ຫຼາຍປະ​ເທດ​ອາ​ເມ​ຣິ​ກາ​ລາ​ຕີນ​ໄດ້​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ໂດຍ​ດ່ວນ, ໃນ​ນັ້ນ, ມີ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ຈີນ​ຢ່າງ​ຂະ​ໜາດ​ໃຫຍ່​ແລ້ວ, ປະມຸກ​ລັດ​​ຫຼາຍປະ​ເທດ ເຊັ່ນ: ​ເປ​ຣູ​ແລະ​ຈີ​ເລຍັງ​ໄດ້​​ນຳ​ໜ້າ​ໝູ່ສັກ​ວັກ​ຊີນ​ຈີນ.

ຄຳ​ເຫັນ

0