赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພົນລະເມືອງລາວຢູ່ນະຄອນຫລວງປັກກິ່ງໄດ້ໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ່ 9 ຢ່າງເຕັມທີ່

2021-02-21 09:32:00 CRI

ພົນລະເມືອງລາວຢູ່ນະຄອນຫລວງປັກກິ່ງໄດ້ໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ່ 9 ຢ່າງເຕັມທີ່_fororder_WechatIMG1268

(ສະຖານທູດ ສປປ ລາວປະຈຳ ສປ ຈີນ ຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງເຂດເລືອກຕັ້ງທີ 1 ໃນວັນທີ 14 ກຸມພານີ້ທີ່ນະຄອນຫຼວງປັກກິ່ງ)

ພົນລະເມືອງລາວ ທີ່ປະກອບດ້ວຍພະນັກງານສະຖານທູດພ້ອມດ້ວຍຄອບຄົວ, ຜູ້ຊ່ຽວຊານທີ່ຊ່ວຍວຽກຢູ່ CRI ແລະ ພົນລະເມືອງລາວທີ່ອາໄສຢູ່ນະຄອນຫລວງປັກກິ່ງ ໄດ້ໄປໃຊ້ສິດຂອງຕົນຢ່າງເຕັມທີ່ໃນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງເຂດເລືອກຕັ້ງທີ 1, ນະຄອນຫລວງວຽງຈັນທີ່ຈັດຂື້ນຢູ່ໜ່ວຍເລືອກຕັ້ງທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໃນວັນອາທິດທີ 14 ກຸມພາ 2021 ຜ່ານມານີ້ , ກ່ອນມື້ເລືອກຕັ້ງໃນທົ່ວປະເທດ 7 ວັນ.

ຫລັງຈາກການປ່ອນບັດເລືອກຕັ້ງສີ້ນສຸດລົງ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປຈີນ ກໍໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ:  ໃນນະຄອນຫລວງປັກກິ່ງມີຈຳນວນຜູ້ມີສິດປ່ອນບັດ ເລືອກ ຕັ້ງທັງໝົດ 26 ຄົນ,ຍິງ 8 ຄົນ ເຊິ່ງ ໄດ້ມາໃຊ້ສິດຂອງຕົນທັງໝົດ , ສ່ວນນັກຮຽນນັກສຶກສາ ເຂົາເຈົ້າໄດ້ກັບຄືນປະເທດ ແລະ ໄດ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ 19 ຈຶ່ງໄດ້ປ່ອນບັດຢູ່ປະເທດເຮົາເລີຍ.

ທ່ານ ເອກອັກຄະລັດຖະທູດກ່າວຕື່ມວ່າ: ຜູ້ມີສິດປ່ອນບັດເລືອກຕັ້ງທຸກຄົນແມ່ນໄດ້ ໃຊ້ສິດຢ່າງເຕັມທີ່ ແລະ ໄດ້ເອົາໃຈໃສ່ປະຕິບັດຕາມລະບຽບຫລັກການຂອງການເລືອກຕັ້ງຢ່າງຖືກຕ້ອງ, ໃນໜ່ວຍເລືອກຕັ້ງຂອງສະຖານເອກອັກຄະລັດຖະທູດຂອງພວກເຮົາ ແມ່ນປະສົບຜົນສຳເລັດຢ່າງສູງ ເຊິ່ງຜົນຂອງການເລືອກຕັ້ງຈະໄດ້ສົ່ງໃຫ້ຄະນະຮັບຜິດຊອບຂັ້ນກະຊວງການຕ່າງປະເທດຕາມເວລາກຳນົດ.

ທ່ານທູດຍັງກ່າວຕື່ມວ່າ: ມີກໍລະນີດຽວທີ່ນັກສຶກສາຂອງພວກເຮົາທີ່ຍັງສືບຕໍ່ຮຽນ ຢູ່ປັກກິ່ງທີ່ບໍ່ສາມາດມາປ່ອນບັດເລືອກຕັ້ງໄດ້ດ້ວຍຕົນເອງຢູ່ໜ່ວຍເລືອກຕັ້ງສະຖານເອກອັກຄະລັດຖະທູດຍ້ອນມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ 19 ຂອງທາງໂຮງຮຽນ,ເຂົາເຈົ້າບໍ່ໄດ້ອະນຸຍາດໃຫ້ຜູ່ກ່ຽວອອກນອກໂຮງຮຽນ, ດັ່ງນັ້ນ ຄະນະຮັບຜິດຊອບການເລືອກຕັ້ງກໍໄດ້ເອົາບັດເລືອກຕັ້ງໄປໃຫ້ຜູ້ກ່ຽວໄດ້ໃຊ້ສິດຂອງຕົນຢ່າງເຕັມທີ່ໃນການເລືອກເອົາຜູ້ແທນ ແລະ ໄດ້ນຳເອົາບັດເລືອກຕັ້ງທີ່ຜູ້ກ່ຽວຂີດລົງຄະແນນ ສຽງແລ້ວມາປ່ອນບັດຢູ່ໜ່ວຍເລືອກຕັ້ງຂອງພວກເຮົາຕາມລະບຽບຫລັກການຢ່າງຖືກຕ້ອງ.

ຕອນທ້າຍ ທ່ານ ນາງ ຄຳເພົາ ເອີນທະວັນ ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະຮັບຜິດຊອບການເລືອກຕັ້ງລະດັບຊາດ ແລະ ກະຊວງທີ່ໄດ້ອອກຂໍ້ແນະນຳຢ່າງຈະແຈ້ງລະອຽດເຊິ່ງເປັນຂໍ້ສະດວກໃນການນຳມາຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສ່ວນ  ພົນລະເມືອງລາວຢູ່ ສປ ຈີນ ທຸກຄົນກໍໄດ້ມີຄວາມຮັບຜິດຊອບມາໃຊ້ສິດຂອງຕົນເອງ ເພື່ອເລືອກເອົາຜູ້ແທນຂອງຕົນໄປເປັນກະບອກສຽງຢູ່ໃນສະພາແຫ່ງຊາດ,ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າທຸກຄົນມີຄວາມເພິ່ງພໍໃຈ ແລະ ຕື່ນເຕັ້ນດີໃຈທີ່ໄດ້ມາໃຊ້ສິດຂອງຕົນຢ່າງເຕັມທີ່ໃນຄັ້ງນີ້.

ຄຳ​ເຫັນ

0