李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​ຈາ​ກາຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ປະ​ສົບ​ໄພ​ນ້ຳ​ຖ້ວມ, ​ຕ້ອງ​ແຍກ​ຍ້າຍເກືອບ​ພັນ​ຄົນ

2021-02-21 16:52:38 cri

ວັນ​ທີ 20 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຍ້ອນ​ຝົນ​ຕົກ​​ໜັກ​ໃນ​ຫຼາຍ​ມື້​ລຽນ​ຕິດ, ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ອິນ​ໂດ​ເນ​ເຊຍ ​ມີ​ຫຼາຍ​ບ່ອນ​ໄດ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ. ຢູ່​ບາງເຂດ​ຖືກ​ນ້ຳ​ຖ້ວມເລິກກວ່າ 1,8 ແມັດ, ເຮືອນ​ຊານ​ຢູ່​ຫຼາຍ​ແຫ່ງ​ກໍ​ຖືກ​ຖ້ວມ​ເຊັ່ນ​ກັນ, ຫຼາຍກວ່າ 1300 ຄົນ​ຈຳ​ເປັນ​ຕ້ອງ​ຍ້າຍ​ໄປ​ຢູ່​ບ່ອນ​​ປອດ​ໄພ.

ມື້​ດຽວ​ກັນ, ລັດ​ຖະ​ບານ​ອິ​ນ​ໂດ​ເນ​ເຊຍ​ໄດ້​ສົ່ງ​ພະ​ນັກ​ງານ​​ໄປກູ້​ໄພ, ຂີ່​ເຮືອ​ນ້ອຍ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນຖອນ​ອອກ​ຈາກ​ບ່ອນ​ປະ​ສົບ​ໄພ. ອົງ​ການ​ອຸ​ຕຸ​ນິ​ຍົມ​ອິນ​ໂດ​ເນ​ເຊຍ​ຄາດ​ຄະ​ເນ​ວ່າ, ​ລົມ​ແຮງ​​ແລະ​ຝົນ​ຕົກ​ໜັກອາດ​ຈະ​ສືບ​ຕໍ່ໄປ​ຈົນ​ຮອດ​ອາດ​ທິດ​ໜ້າ, ​ຈຶ່ງເຕືອນ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ​ຕ້ອງ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ.

ຄຳ​ເຫັນ

0