覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຸຍ​ນີ​ຊີ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ຊະ​ນິດ​ໃໝ່

2021-02-22 12:06:52 cri

ສຳ​ນັກ​ຂ່າວ​ສານ​ປະ​ເທດ​ຕຸຍ​ນີ​ຊີ​ລາຍ​ງານ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ: ນັກ​ຄົ້ນ​ຄວ້າ​ໄດ້​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ກາຍ​ພັນ​ຊະ​ນິດ​ໃໝ່​ຢູ່​ຕຸຍ​ນີ​ຊີ. ປັດ​ຈຸ​ບັນ,​ມີຜູ້​ເປັນ​ພະ​ຍາດ​ໂຄວິດ-19 ສອງຄົນ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ຊະ​ນິດ​ນີ້​ແລ້ວ, ໃນ​ນີ້ ມີ​ຜູ້​ໜຶ່ງ​ໄດ້​ເສຍ​ຊີ​ວິດ​ແລ້ວ.
 

 ຕາມ​ຂ່າວ​ແຈ້ງວ່າ: ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍພັນ​ຊະ​ນິດ​ໃໝ່​ສອງ​ຄົນ​ນີ້​ແມ່ນ​ຖືກກວດ​ພົບໃນ​ເວ​ລາ​ກວດ​ຫາ​ເຊື້ອ​ເມື່ອ 2 ​ມື້​ກ່ອນ. ໃນ​ນີ້ ​ຜູ້​ຕິ​ດ​ເຊື້ອ​ຄົນ​ໜຶ່ງ ມີ​ອາ​ຍຸ 70 ປີ, ເປັນ​ພະ​ຍາດ​ຫຼອດ​ເລືອດ​ຫົວ​ໃຈແລະ​ພະ​ຍາດ​ເບົາ​ຫວານ, ຜົນ​ກວດ​ຫາ​ເຊື້ອ​ໃນ​ເບື້ອງ​ຕົ້ນ​ເປັນ​ຜົນ​ລົບ, ຫຼັງ​ຈາກ​ທີ່ກວດ​ຫາ​ເຊື້ອ​ພະ​ຍາດ​ອີກ​ຕື່ມ​ຈິ່ງ​ພົບ​ວ່າ​ໄດ້​ຕິດ​ເຊື້ອ​ໂຄວິດ-19. ນັກ​ຄົ້ນ​ຄວ້າ​ໄດ້​ວິ​ເຄາະ​ລຳ​ດັບ​ແຊນ​ຂອງ​ເຊື້ອ​ພະ​ຍາດ​ແລ້ວ​ພົບ​ວ່າ ເປັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ຊະ​ນິດ​ໃໝ່. ຜູ້​ຕິດ​ເຊື້ອ​ອີກ​ຄົນ​ໜຶ່ງ​ເປັນ​ຜູ້​ຊາຍອາ​ຍຸ 17 ປີ ທີ່​ຕິດ​ເຊື້ອ​ແຕ່​ບໍ່​ສະ​ແດງ​ອາ​ການ.
 

ຜົນ​ກວດ​ໃນ​ເບື້ອງ​ຕົ້ນ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ກາຍ​ພັນ​ໃໝ່​ດັ່ງ​ກ່າວ​ຈະ​ພາ​ໃຫ້​ມີ​ອາ​ການ​ຮ້າຍ​ແຮງ​ກວ່າ​ເກົ່າຫຼື​ແຜ່​ເຊື້ອ​​ໄດ້ໄວ​ກວ່າ​ເກົ່າຫຼື​ບໍ? ປັດ​ຈຸ​ບັນ, ຕຸຍ​ນີ​ຊີ​ກຳ​ລັງກວດ​ວິ​ເຄາະ​ເຊື້ອ​ພະ​ຍາດ​ທີ່​ກາຍ​ພັນ​ຊະ​ນິດ​ໃໝ່​ຕາມ​ມາດ​ຕະ​ຖານ​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0