何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່​ອິນ​ເດຍ​ຄົ້ນ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ພັນຫຼາຍກວ່າ 240 ຊະ​ນິດ

2021-02-22 16:59:22 CRI

    ອີງ​ຕາມ​ຂໍ້​ມູນຫຼ້າ​ສຸດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ເດຍ, ນັບ​ມາ​ຮອດ​ເວ​ລາ 9 ໂມງ 30 ນາ​ທີ​ຕາມ​ເວ​ລາ​ວຽງ​ຈັນ, ຢູ່​ອິນ​ເດຍ​ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເຖິງ 11.005.850ຄົນ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 156.385 ຄົນ. ນອກ​ນີ້, ​ໃນວັນ​ທີ 21 ກຸມ​ພາ​ນີ້, ສື່ມວນ​ຊົນຫຼາຍ​ແຫ່ງ​ຂອງ​ອິນ​ເດຍ​​ໄດ້ລາຍ​ງານ​ວ່າ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ແພດ​ທົ່ວອິນ​ເດຍ​ທີ່​ເປັນ​ອົງ​ການ​ຄົ້ນ​ຄວ້າ​ການ​ແພດ ແລະ ການ​ປິ່ນ​ປົວ​ຕົວ​ຈິງ​ທີ່​ມີ​ອິດ​ທິ​ພົນ​​ຢູ່​ອິນ​ເດຍ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ຢູ່ແຫ່ງ​ຕ່າງໆ​ຂອງ​ອິນ​ເດຍ​ໄດ້​ຄົ້ນ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ພັນຫຼາຍກວ່າ 240 ຊະ​ນິດ, ​ສະ​ນັ້ນຕ້ອງ​ໃຊ້​ມາດ​ຕະ​ການ​ຮັບ​ມື​ຢ່າງ​ຕັ້ງ​ໜ້າ.

 

ຄຳ​ເຫັນ

0