吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເງິນ​ຢວນຈີນ​ໃນການ​ຊຳລະ​ສະ​ສາງສາກົນ​ກວມ​ອັດຕາ​ສ່ວນ​ເພີ່ມ​ຂຶ້ນ

2021-02-22 14:46:55 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ສະມາຄົມການ​ໂອນ​ເງິນ​ລະຫວ່າງ​ທະນາຄານ​ທົ່ວ​​ໂລກ​ຜ່ານ​ເຄືອ​ຂ່າຍ​ໂທລະ​ຄົມ ຫຼື SWIFT ​ໄດ້​ເຜີຍ​ແຜ່​ຕົວ​ເລກວ່າ: ​ໃນ​ເດືອນ​ມັງກອນ​ຜ່ານ​ມາ, ​ໃນ​ການຈັດ​ອັນ​ດັບ​ສະກຸນ​ເງິນ​ທີ່​ໃຊ້​ໃນ​ການຊຳລະ​ສະ​ສາງ​ທົ່ວ​ໂລກ​ໂດຍ​ອີງ​ໃສ່​ສະຖິຕິ​ຈຳນວນ​ເງິນ, ສະກຸນ​ເງິນ​ຢວນຈີນ​ໃຊ້​ໃນການ​ຊຳລະ​ສະ​ສາງສາກົນ​​ໄດ້​ກວມ​ອັດຕາ​ສ່ວນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຢູ່​ອັນ​ດັບ 5 ຂອງ​ໂລກ. ຜູ້​ຊ່ຽວຊາ​ນ​ເຫັນ​ວ່າ: ການ​ຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນຈີນ​ໃນ​ສາກົນມີ “ການ​ເລີ່​ມຕົ້ນ​ທີ່​ດີ” ​ໃນ​ປີ​ນີ້ ​ເຊິ່ງ​ບໍ່​ພຽງ​ແຕ່​ເປັນ​ການສົ່ງ​ສັນ​ຍານທີ່​ດີ​ສຳລັບ​ເງິນ​ຢວນຈີນ​ທີ່ກາຍ​ເປັນ​ເງິນຕາ​ສາກົນ​ໄດ້​ຮັບ​ຄວາມຄືບໜ້າ​ທີ່ດີ​ເທົ່າ​ນັ້ນ, ຍັງ​ສະ​​ແດງ​ໃຫ້​ເຫັນ​ວ່າບົດບາດ​ຂອງ​ສະກຸນ​ເງິນ​ຢວນຈີນ​ໃນ​ລະບົບ​ເງິນຕາ​ສາກົນ​​ໄດ້​ຖືກ​ຍົກສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເວີ່ນ​ປິ່ນ ຫົວໜ້າ​ນັກ​ຄົ້ນຄວ້າ​ຂອງ​ທະນາຄານມິນ​ເຊີ່ງ (MINSHENG) ຈີນ​ເຫັນ​ວ່າ: ​ສະກຸນ​ເງິນ​ຢວນຈີນ​ໃນການ​ຊຳລະ​ສະ​ສາງ​ສາກົນ​ໄດ້​ກວມ​ອັດຕາ​ສ່ວນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້, ຕົ້ນຕໍ​ແມ່ນ​ຍ້ອນ​ສະພາບ​ການ​ການ​ຄ້າ​ຕ່າງປະ​ເທດຂອງ​ຈີນ​ມີ​ທ່າ​ອ່ຽງທີ່​ດີ ​ແລະຄ່າ​ເງິນ​ຢວນມີ​ຄວາມ​ໝົ້ນ​ຄົງ​ໂດຍລວມ.

​ໃນ​ເດືອນ​ກໍລະກົດ​ປີ 2009, ຈີນ​ໄດ້​ເລີ່​ມຈຸດທົດ​ລອງ​ຊຳລະ​ສະ​ສາງ​ໃຫ້​ເງິນ​ຢວນ​​ໃນ​ການ​ຄ້າ​ຂາຍ​ຂ້າມ​ຊາດ. ​ແລ້ວ​ຂະຫຍາຍ​ຂອບ​ເຂດ​ຈຸດ​ທົດ​ລອງ​ໃຫ້​ກວ້າງອອກ​ເປັນ​ກ້າວໆ, ​ເຮັດ​ໃຫ້​ຂະໜາດ ​ແລະ​ອັດຕາ​ສ່ວນ​ຂອງການ​ຊຳລະ​ສະ​ສາງ​ດ້ວຍເງິນ​ຢວນຈີນ​​ໃນ​ດ້ານ​ການ​ຄ້າ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຄຳ​ເຫັນ

0