吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ​ພະລັງງານ​ປະລະມານູ​ອີຣານ ​ແລະ​ອົງການ​ພະລັງງານ​ປະລະມານູ​ສາກົນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ

2021-02-22 14:47:17 cri

ວັນທີ 21 ກຸມພາ​ນີ້, ສຳນັກ​ຂ່າວສານ​ນັກ​ສຶກສາ​ອີຣານ​ໄດ້ລາຍ​ງານ​ວ່າ: ທ່ານຄຣອດຊີຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະມາ​ນູສາກົນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ອີຣານ ​ແລະ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກັນ.

ທ່ານຄຣອດຊີ​ກ່າວ​ວ່າ: ຮູ້ສຶກ​ເສຍດາຍ​ຫຼາຍ​ທີ່ອີຣານຈະ​ຢຸດຕິການ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​​ເພີ່ມ​ຕື່ມດ້ວຍ​ຄວາມ​ສະໝັກ​ໃຈ, ​ແຕ່​ຈຳນວນ​ການ​ກວດກາ​ຂອງອົງການ​ພະລັງງານ​ປະລະມານູ​ສາກົນ​ໃນ​ອີຣານຈະບໍ່​ຫຼຸດ​ລົງ. ພາຍຫຼັງ​ໄດ້​ຈັດການ​ເຈລະຈາ​ຢ່າງ​ເຄັ່ງ​ຕຶງ​ກັບ​ອີຣານ​ແລ້ວ, ສອງ​ຝ່າຍ​ໄດ້ບັນລຸ​ໝາກຜົນ​ຢ່າງ​ຕັ້ງໜ້າ ​ແລະ​ບັນລຸ​ຄວາມ​ເຫັນທີ່​ເປັນ​ເອກະ​ພາບ​ກັນ. ອີຣານຈະ​ຢຸດຕິ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ​ເພີ່ມ​ຕື່ມດ້ວຍ​ຄວາມ​ສະໝັກ​ໃຈ, ​ແຕ່​ສອງ​ຝ່າຍ​ໄດ້​ບັນລຸ​ສັນຍາ​ພິ​ເສດ​ຊົ່ວຄາວສະບັບ​ໜຶ່ງ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້ກັບ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ໄດ້​ສືບ​ຕໍ່​ຕິດຕາມກວດກາການ​ເຄື່ອນ​ໄຫວດ້ານ​ນີວ​ເຄຼຍຂອງ​ອີຣານ. ສັນຍາ​ດັ່ງກ່າວ​ມີ​ອາຍຸ​ການ 3 ​ເດືອນ ​ເຊິ່ງຈະ​​ເປັນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຊຸກຍູ້​ການຈັດ​ການ​ເຈລະຈາ​ທາງ​ການ​ເມືອງ​ຂອງ​ບັນດາ​ຝ່າຍ.

ຄຳ​ເຫັນ

0