覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍີ່​ປຸ່ນ​ລາຍ​ງານ​ພົບ​ຜູ້​ຖືກ​ສົງ​ໄສ​ມີ​ອາ​ການແພ້​ຢາຫຼັງ​ສັກ​ວັກ​ຊິນ​ໂຄວິດ-19 ຈຳ​ນວນ 2 ກໍ​ລະ​ນີ

2021-02-22 12:12:08 ​cri

ຫວ່າງ​ບໍ່​ດົນ​ມາ​ນີ້, ກະ​ຊວງສາ​ທາ​ລະ​ນະ​ສຸກ​ແລະ​ແຮງ​ງານ​ຍີ່​ປຸ່ນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ ​ຢູ່ປ​ະ​ເທດ​ຕົນ​ມີ 2 ຄົນ​ຖືກ​ສົງ​ໄສວ່າ ​ເກີດ​ມີ​ອາ​ການ​ແພ້​ຢາພາຍຫຼັງ​ທີ່​ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ Pfizer ອາ​ເມ​ຣິ​ກາ​ແລະ​ບໍ​ລິ​ສັດBioNTech ​ຂອງເຢຍ​ລະ​ມັນ​ຮ່ວມ​ກັນ​ຄົ້ນ​ຄວ້າ​ພັດ​ທະ​ນາ.
 

   ຖະ​ແຫຼງ​ການ​ລະ​ບຸ​ວ່າ: ມີ​ຜູ້​ໜຶ່ງ​ເມື່ອ​ສັກ​ວັກ​ຊີນ​ແລ້ວ​ໄດ້​ເກີດ​ມີ​ອາ​ການ​ເປັນ​ລົມ​ພິດຫຼື Urticarial , ອີກ​ຜູ້​ໜຶ່ງ​ມີ​ອາ​ການ​ໜາວ​ສັ່ນ. ຕາມສື່ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ວ່າ: ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ປະ​ເທດ​ຕົນ​ໄດ້​ລາຍ​ງານ​​ກ່ຽວ​ກັບຜູ້​ຖືກ​ສົງ​ໄສ​​ທີ່ເກີດ​ມີ​ອາ​ການ​​ແພ້​ຢາຫຼັງ​ສັກ​ວັກ​ຊີນ​ໂຄວິດ-19, ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ຈະ​ຄົ້ນ​ຄວ້າ​​ວ່າ​ກໍ​ລະ​ນີ​ເກີດ​ມີ​ອາ​ການ​ແພ້​ຢາ​ມີ​ສ່ວນ​ພົວ​ພັນ​ກັບການ​ສັກ​ວັກ​ຊີນຫຼື​ບໍ.
 

ຍີ່​ປຸ່ນ​ເລີ່ມ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຂອງ​ບໍ​ລິ​ສັດ Pfizer ໃຫ້​ປະ​ຊາ​ຊົນ. ຕາມ​ແຜນ​ການ​ແລ້ວ, ຍີ່​ປຸ່ນ​ຈະ​ໃຫ້​ບູ​ລິ​ມະ​ສິດ ​ສັກ​ວັກ​ຊີນ​ໃຫ້​ພະ​ນັກ​ງານ​ແພດ-ໝໍ 3 ລ້ານກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ​ກ່ອນ​ໝູ່, ແລະ​ຈະ​ສັກ​ວັກ​ຊີນ​ໃຫ້​ຜູ້​ອາ​ຍຸ​ສູງ​ແລະ​ຜູ້​ເປັນ​ພະ​ຍາດ​ຕ່າງໆ​ເລີ່ມ​ແຕ່​ເດືອນ​ເມ​ສາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0