黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເປັນ​ແບບ​ຢ່າງ​ຂອງ​ໂລກ​ໃນ​ການ​ຊຸກ​ຍູ້ການສະ​ໜອງວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ

2021-02-23 15:03:05 cri

​ເມື່ອ​ບໍ່​ດົນ​ມ​າ​ນີ້, ທ່ານ​ອັນ​ໂ​ຕ​ນີ​ໂອ ກູ​ເ​ຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ: ກາ​ນ​ສັກ​ວັ​ກຊີນ​ເກີດ​ມີ​ສະ​ພາບ​​ທີ່​ບໍ່​ດຸນ​ດ່ຽງ​ແລະ​ບໍ່​ຍຸ​ຕິ​ທຳ​​ຢ່າງ​ໜັກ​ໜ່ວງຢູ່​ໃນ​ພາກ​ພື້ນ, ຈຳ​ນວນ​ການ​ສັກ​ວັກ​ຊີນ​ຂອງ 10 ປະ​ເທດ​ຮັ່ງ​ມີ​ໄດ້​ກວມຍອດ​ຈຳ​ນວນການ​ສັກ​ວັກ​ຊີນຂອງ​ທົ່ວ​ໂລກເຖິງ 75%, ປັດ​ຈຸ​ບັນ​ຍັງ​ມີ 130 ກວ່າ​ປະ​ເທດຍັງ​ບໍ່​ສາ​ມາດ​ເລີ່ມ​ໂຄງ​ການ​ສັກ​ວັກ​ຊີນໂຄວິດ-19 ​​ໄດ້ເລີຍ.  ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ກໍ​ໄດ້​ເຕືອນ​ວ່າ: ການ​ສະ​ໜອງວັກ​ຊີນ​ພະ​ຍາດ​ໂຄວິດ-19 ບໍ່​ຍຸ​ຕິ​ທຳ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຈະ​ສ້າງ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ.

ພາຍ​ໃຕ້​ສະ​ພາບ​ການ​ທີ່ຮ້າຍ​ແຮງ​ດັ່ງ​ກ່າວ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ພົ້ນເດັ່​ນ​ໃນ​ການ​ຊຸກ​ຍູ້ການ​ສະ​ໜອງວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ​ໃຫ້​ກັບໂລກ. ເລີ່ມ​ແຕ່​ເດືອນ​ພຶດ​ສະ​ພາ​ປີ​ກາຍ​ນີ້, ຈີນ​ກໍ​ໄດ້​ປະ​ກາດ​ວ່າ: ພາຍ​ຫຼັງ​​ຈີນ​ສຳ​ເລັດ​ການ​ຄົ້ນ​ຄວ້າ​ຜະ​ລິດວັກ​ຊີນ​ໂຄວິດ-19 ແລະ​​ເອົາ​ໄປ​ນຳ​ໃຊ້​ແລ້ວ, ວັກ​ຊີນ​ຂອງ​ຈີນ​ຈະ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ​ນີ້​ຄື​ການ​ປະ​ກອ​ບ​ສ່ວນ​ຂອງ​ຈີນໃນ​ການ​ຊຸກ​ຍູ້​ໃຫ້​ວັກ​ຊີນ​ກາຍ​ເປັນ​ສິ່ງ​ທີ່​ປະ​ເທ​ດ​ພວມ​ພັດ​ທະ​ນາ​ສາ​ມາດ​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊື້​ໄດ້,  ​ໃນ​ຕົ້ນ​ເດືອນ​ກຸມ​ພາ​ນີ້​ວັກ​ຊີນ​ງວດ​ທຳ​ອິດ​ທີ່​ຈີນ​ຊ່ວຍ​ເຫຼືອ​ໃຫ້​ກັບ​ຕ່າງ​ປະ​ເທດ​ກໍ​ໄດ້​ສົ່ງ​ມອບ​ໃຫ້​ແກ່​ປະ​ເທດ​​ພວມ​ພັດ​ທະ​ນາ​ຫຼາຍ​ປະ​ເທດ​ແລ້ວ​ເຊັ່ນ: ປາ​ກີ​ສະ​ຖານ, ລາວ, ຟີ​ລິບ​ບິນ, ມຽນ​ມາ, ກຳ​ປູ​ເຈຍ​ແລະປະ​ເທດ​ອື່ນໆ. ນັບ​ມາ​ຮອດ​ວັນ​ທີ 18 ກຸມ​ພາ​ນີ້, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ​ແກ່ 53 ປະ​ເທດພວມ​ພັດ​ທະ​ນາ​ທີ່​ສະ​ເໜີ​ຄວາມ​ຕ້ອງ​ການ.

“ວັກ​ຊີນ​ຈີນ​ໄດ້​ສົ່ງ​ມາ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ຫຍຸ້ງ​ຍາກ​ທີ່​ສຸດ​ແລະ​ຕ້ອງ​ການ​ທີ່​ສຸດ.” ນີ້​ແມ່ນ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ຈາກ​ປະ​ຊາ​ຄົມ​ໂລກ.

ແຕ່​ວ່າ​ໃນ​ປັດ​ຈຸ​ບັນ​ໃນ​ເວ​ລາທີ່​ປະ​ຊາ​ຄົມ​ໂລກ​​ໄດ້ຕັ້ງ​ໜ້າ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຕາມບົດ​ລາຍ​ງານ​ການ​ສຳ​ຫຼວດ​ສະ​ບັບ​ໜຶ່ງ​ທີ່ “One Campaign” ເຊິ່ງ​ເປັນ​ອົງ​ການ​ສາ​ກົນ​ເພື່ອ​ຕໍ່​ຕ້ານ​ກັບ​ຄວາມ​ທຸກ​ຍາກ​ທີ່​ບໍ່ຫວັງ​ຜົນ​ກຳ​ໄລ​ພັດ​ໄດ້​ແຈ້ງ​ຂ່າວ​ວ່າ: ໂດຍ​ຜ່ານ​ການ​ສຳ​ຫຼວດ​ສັນ​ຍາ​ສະ​ໜອງວັກ​ຊີນ​​ໂຄວິດ-19 ຂອງບໍ​ລິ​ສັດ​ວັກ​ຊີນ​ສຳ​ຄັນ 5 ແຫ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ພົບ​ເຫັນ​ວ່າ, ວັກ​ຊີນ​ໂຄວິດ-19 ທີ່​ປະ​ເທດ​​ພັດ​ທະ​ນາ​ແລ້ວ​ເຊັ່ນ​ອາ​ເມ​ຣິ​ກາ​ເປັນ​ຕົ້ນທີ່​ໄດ້​ກວາດ​ຊື້​ແລ້ວ​ນັ້ນ​ມີຫຼາຍກວ່າ 3 ຕື້​ຫຼອດ​, ຖ້າ​ວ່າ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ຂອງ​ປະ​ເທດ​ເຫຼົ່​າ​ນີ້​ສັກ​ວັກ​ຊີນ 2 ເຂັມ, ຍອດຈຳ​ນວນ​ການ​ສັກ​ວັກ​ຊີນ​ທີ່​ປະ​ເທດ​ເຫຼົ່າ​ນີ້​ຕ້ອງ​ການ​ນັ້ນ​ກໍ​ພຽງ​ແຕ່ 2,06 ຕື້​ຫຼອດ​ເທົ່າ​ນັ້ນ. ສ່ວນ​ວັກ​ຊີນ​ທີ່​​ເຫຼືອ​ຄວາມ​ຕ້ອງ​ການ​​ນັ້ນ​ຖ້າ​ເອົາ​ໄປ​ສັກ​ໃຫ້ປະ​ຊາ​ຊົນຜູ້​ໃຫຍ່​ຢູ່​ທະ​ວີບ​ອາ​ຟ​ຣິ​ກາ​​ເຂົາ​ເຈົ້າ​ກໍ​ສາ​ມາດ​ສັກ​ວັກ​ຊີນ​ໄດ້​ທັງ​ໝົດ.

ນີ້​ກໍ​​ເປັນ​ການ​ຢັ້ງ​ຢືນ​ຄຳ​ເຕືອນ​ຂອງທ່ານ​ອັນ​ໂ​ຕ​ນີ​ໂອ ກູ​ເ​ຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ເມື່ອ​ກ່ອນ​ໄດ້​ດີ​ທີ່​ສຸດ.

ການ​ກະ​ທຳ “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ” ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​​ໄດ້ສົ່ງ​ຜົນ​ເຮັດ​ໃຫ້​ຫຼາ​ຍ​ປະ​ເທ​ດ​ພວມ​ພັດ​ທະ​ນາ​ຮູ້​ສຶກ​ບໍ່​ພໍ​ໃຈ. ໃນ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຜ່ານ​ທາງວິ​ດີ​ໂອ, ທ່ານ ມາ​ເຊ​ໂລ ໄອ​ບ​ຣັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແມັກ​ຊິກ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຮັ່ງ​ມີ​ຈົ່ງ​ຢຸດ​ຕິ​ການ​​ກັກ​ຕຸນ​ວັກ​ຊີນ​ອີກ, ຂໍ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ໃຫ້​ໂອ​ກາດ​ດ້ານ​ວັກ​ຊີນແດ່​ໜ້ອຍ​ໜຶ່ງ​​ແກ່​ປະ​ເທດ​ທຸກ​ຍາກ.

ວັນ​ທີ 17 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່​ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີ​ນ​​ໄດ້ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ​​ໂຄວິດ-19, ບໍ່​ສະ​ແຫວງ​ຫາ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ພູ​ມີ​ພາກ​​ໃດໆ, ​ບໍ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະກິດ​ໃດໆ, ທັງບໍ່​ມີ​ເງື່ອນ​ໄຂ​​ດ້ານການ​ເມືອງ​ໃດໆ​ແອບ​ແຟງ. ສິ່ງ​ທີ່​ຈີນ​ຄຳ​ນຶງ​ເຖິງ​ຫຼາຍ​ທີ່​ສຸດ​ກໍ​ຄືວ່າ​ຈະ​ເຮັດ​ໃຫ້​ວັກ​ຊີນໂຄວິດ-19 ກາຍ​ເປັນ​ຜະ​ລິ​ດ​ຕະ​ພັນ​ສາ​ທາ​ລະ​ນະ​ປະ​ໂຫຍດ​ທີ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ສາ​ມາດ​​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊື້​ໄດ້, ກາຍ​ເປັນ “ວັກ​ຊີນ​ຂອງ​ປະ​ຊາ​ຊົນ” ຢ່າງ​ແທ້​ຈິງ. ຈີນ​ຈະ​ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ວັກ​ຊີນ, ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລະ​ອື່ນໆ.

ຈີນ​ໄດ້​ຊຸກ​ຍູ້​ການ​ສະ​ໜອງວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ​ດ້ວຍ​ການ​ກະ​ທຳ​​ທີ່​ແທ້​ຈິງ, ແຕ່​​ເມື່ອຜະ​ເຊີນ​ກັບ​ບັນ​ຫາ​ຄື​ກັນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄິດ “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ”. ພວກ​ເຮົາ​ຄວນ​ຖື​ການ​ແບ່ງ​ປັນ​ວັກ​ຊີນ​ເປັນບູ​ລິ​ມະ​ສິດ, ຍ້ອນ​ວ່າ​ສິ່ງ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຮັດ​ເພື່ອ​ປະ​ເທດ​ອື່ນໆ​ເທົ່າ​ນັ້ນ, ​ທັງ​ແມ່ນ​ການ​ເຮັດ​ເພື່ອ​ພວກ​ເຮົາ​ເອງ​ເຊັ່ນ​ກັນ. ​ກໍ​ຍ້ອນ​ວ່າ, ເຊື້ອ​ພະ​ຍາດ​ບໍ່​ມີ​ພົມ​ແດນ​ນັ້ນ​ເອງ.

ຄຳ​ເຫັນ

0