吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊົມ​ເຊີຍ​ທີ່​ປະ​ເທດເອີຣົບ ​ແລະ​ອາ​ເມຣິກາ​ຈະສະໜອງ​ວັກ​ຊີ​ນ​ໃຫ້​ອາ​ຟຣິກາ

2021-02-23 15:28:22 cri

ວັນ​ທີ 22 ກຸມພາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຊົມ​ເຊີຍ ​ແລະ​ສະໜັບສະໜູນປະ​ເທດເອີຣົບ ​ແລະ​ອາ​ເມຣິກາ ​ເຊັ່ນ: ປະ​ເທດ​ຝຣັ່ງ ​ແລະ​ອື່ນໆ​ສະໜອງ​ວັກ​ຊີ​ນ​ໃຫ້​ກັບທະວີບ​ອາ​ຟຣິກາ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ອາ​ຟຣິກາ​ເອົາ​ຊະນະ​​ພະຍາດ​ໂຄ​ວິດ-19.

ວັນ​ທີ 19 ກຸມພາ​ຜ່ານ​ມາ, ທ່ານ​ແອ​ມມາ​ນູ​ແອນ ມາຄຣົງ ປະທານາທິບໍດີ​ຝຣັ່ງກ່າວ​ໃນ​ກອງ​ປະຊຸມ​ຄວາມໝັ້ນຄົງ​ມີ​ວນິກສະ​ໄໝ​ພິ​ເສດໂດຍ​ຜ່ານ​ທາງ​ວິ​ດີ​ໂອ​ວ່າ: ​​ເອີຣົບ ​ແລະ​ອາ​ເມຣິກາ​ຄວນຈັດ​ສົ່ງ​ວັກ​ຊີ​ນໂຄ​ວິດ-19 ​ໃຫ້​ກັບ​ອາ​ຟຣິກາຢ່າງ​ພຽງພໍ​ໃນ​ທັນທີ, ຖ້າ​ບໍ່​ດັ່ງ​ນັ້ນ ປະ​ເທດອາ​ຟຣິກາ​ຈະ​ຈັດ​ຊື້ວັກ​ຊີ​ນຈາກ​ຈີນ ​ແລະຣັດ​ເຊຍ ​ເຊິ່ງຈະ​ພາ​ໃຫ້ອິດ​ທິພົນຂອງ​ຝ່າຍ​ຕາ​ເວັນ​ຕົກ​ເປັນ​ພຽງ​ແຕ່​ນິຍາມ​ເທົ່າ​ນັ້ນ.

ທ່ານ​ວ່າງ​ເວີນ​ປິ່ນ​​ແນ​ະນຳ​ວ່າ: ການ​ຊ່ວຍ​​ເຫຼືອ ​ແລະ​ການສະ​ໜອງ​ວັກ​ຊີ​ນ​ຂອງ​ຈີນໃຫ້​ກັບບັນດາ​ປະ​ເທດ​ອາ​ຟຣິກາທີ່​ກ່ຽວ​ຂ້ອງ​ແມ່ນສະ​ແດງ​​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ​ເຖິງມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ ​ແລະ​ອາ​ຟຣິກາ, ທັງ​ແມ່ນ​ການ​ກະທຳ​ຕົວ​ຈິງ​ຂອງ​ຈີນ​ໃນ​ການ​ຈັດຕັ້ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ຖື​ເອົາ​ຢາ​ວັກ​ຊີ​ນ​​ເປັນ​ຜະ​ລິດ​ຕະພັນ​ສາທາລະນະ​ຂອງໂລກ.

ຄຳ​ເຫັນ

0