刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ເກືອບ 5 ແສນ​ກໍ​ລະ​ນີ

2021-02-23 14:35:24 cri

 

ຕົວ​ເລກ​ສະ​ຖິ​ຕິ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເວ​ລາ 7 ໂມງ 30 ນາ​ທີ​ຂອງວັນ​ທີ 22 ກຸມ​ພາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ຫຼາຍກວ່າ 28 ລ້ານ​ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​​ແລ້ວເຖິງ 498.880 ກໍ​ລະ​ນີ, ​ນີ້ເປັນ​ຕົວ​ເລກ​ສູງ​ສຸດ​ໃນ​ໂລກ.

ນອກ​ນີ້, ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ທີ່​ໄດ້​ພົບ​ເຫັນ​ຢູ່​ອັງ​ກິດ​ແລະອາຟິ​ຣ​ກາ​ໃຕ້ກໍ​ໄດ້​ປະ​ກົດ​ເຫັນ​ຢູ່ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ. ຕົວ​ເລກ​ຂໍ້​ມູນ​ຂອງ​ສູນ​ປ້ອງ​ກັນ​​ແລະ​ຄວບ​ຄຸມພະ​ຍາດ​ອາ​ເມ​ຣິ​ກາ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 18 ກຸມ​ພາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ 43 ລັດ​ຂອງ​ອາ​ເມ​ຣິ​ກາ ລວມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍ​າດ​ກາຍ​ພັນ​ຈຳ​ນວນ 1549 ຄົນ. ຜູ້​ຊ່ຽວ​ຊານ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ກາຍ​ພັນ​ມີ​ຄວາມ​ແຂງ​ແຮງກວ່າ​ເກົ່າ​ໃນ​ການ​ແຜ່​ລະ​ບາດ, ອາດ​ຈະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​​ໄວ​ກວ່າ​ເກົ່າ ແລະ​ອາດ​ຈະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ​ເກົ່າ ເຊິ່ງ​ຈະກາຍ​ເປັນ​ວິ​ກິດ​ການ​ອີກ​ຄັ້ງໃໝ່.

ທ່ານ​ອັນ​ໂຕ​ນີ ຟາວ​ຊີ ຜູ້​ຊ່ຽວ​ຊານ​ພະ​ຍາດ​ຕິດ​ແປດ​ທັງ​ເປັນ​ໜຶ່ງ​ໃນທີ່​ປຶກ​ສາ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຄົນ​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ໃນ​ວັນ​ທີ 21 ກຸມ​ພາ​ນີ້​ວ່າ: ຊາວ​ອາ​ເມ​ຣິ​ກາ​ອາດ​ຈະ​ຕ້ອງ​ໃສ່​ຜ້າ​ປິດ​ປາກ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຈົນ​ຮອດ​ປີ 2022. ທ່ານ​ຍັງ​ກ່າວ​ວ່າ: ປັດ​ຈຸ​ບັນ, ຄົນ​ອາ​ເມ​ຣິ​ກາ​ທັງຫຼາຍ​ມີ​ຄວາມ​ເບື່ອ​ໜ່າຍ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ ແລະ​ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈ​​ຢ່າງ​ພຽງ​ພໍ​ຕໍ່​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ທີ່​ກາຍ​ພັນ, ​ສິ່ງນີ້​ອາດ​ຈະ​ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ຄຳ​ເຫັນ

0