刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ສະ​ແດງ​ຈຸດ​ຢືນ 4 ຂໍ້​ໃນ​ເວ​ລາເຂົ້າ​ຮ່ວມກອງ​ປະ​ຊຸມສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 46

2021-02-23 17:08:53 cri

 

ວັນ​ທີ 22 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 46 ແລະ​ກ່າວ​ຄຳ​ປາ​ໄສຜ່ານ​ທາງວິ​ດີ​ໂອ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​​ອັນ​ໃຫຍ່ຫຼວງ​ແລະ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່ບໍ່​ເຄີຍ​ມີ​ມາ​ກອນ​ໃນ​ຮອບ​ຮ້ອຍ​ປີ​ມາ​ນີ້, ​ຄັ້ນ​ຊັ້ນ ຈະ​ສົ່ງ​ເສີມ​ແລະ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ແນວ​ໃດ? ຈີນ​ມີ​ຈຸດ​ຢືນ​ຄື: ໜຶ່ງ, ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ສິດ​ທິ​ມະ​ນຸດ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ; ສອງ, ຍຶດ​ໝັ້ນ​ການ​ປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງ​ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ສິດ​ທິ​ມະ​ນຸດ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕ່າງໆ; ສາມ, ຍຶດ​ໝັ້ນ​ການສົ່ງ​ເສີມ​ສິດ​ທິ​ມະ​ນຸດ​ປະ​ເພດ​ຕ່າງໆ​ຢ່າງ​ເປັນ​ລະ​ບົບ; ສີ່, ຍຶດ​ໝັ້ນ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ສິດ​ທະ​ມະ​ນຸດໃນ​ສາ​ກົນ.

ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ: ຈີນ​ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ໂດຍ​ສວຍ​ໃຊ້​ບັນ​ຫາ​ສິດ​ທິ​ມະ​ນຸດ. ແຕ່​ໃດໆ​ມາ, ເຂດ​ຊິ່ນ​ຈ່ຽງ​ບໍ່​ເຄີຍ​ມີ “ການ​ດັບ​ສູນ​ເຊື້ອ​ຊາດ​ເຜົ່າ​ພັນ”, “ການ​ບັງ​ຄັບ​ການ​ອອກ​ແຮງ​ງານ” ແລະ “ການ​ຂົ່ມ​ເຫັງ​​ທາງສາ​ສະ​ໜາ”. ຖ້ອຍ​ຄວາມທີ່​ເຮັດ​ໃຫ້​ຊາວ​ໂລກ​ຕື່ນ​ຕົກ​ໃຈ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ຍ້ອນວ່າບໍ່​ຮູ້​ຄວາມ​ຈິງ​ແລະ​ອະ​ຄະ​ຕິ, ເປັນ​ການ​ໂຄ​ສະ​ນາ​ຊວນ​ເຊື່ອທາງ​ການ​ເມືອງ​​ດ້ວຍ​ເຈດ​ຕະ​ນາ​ບໍ່​ດີ ແລະ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຈິງ. ສ່ວນກົດ​ໝາຍ​ຮັກ​ສາ​ຄວາມ​​ໝັ້ນ​ຄົງແຫ່ງ​ຊາດ​ຂອງ​ຮົງ​ກົງ​ກໍ​ໄດ້​ເຮັດ​ໃຫ້​ສະ​ພາບ​​ຄວາມ​ວຸ້ນ​ວາຍ​ຂອງ​ຮົງ​ກົງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໄດ້​ດີ, ທັງ​ໄດ້​ປົກ​ປັກ​ຮັກ​ສາ​ສິດ​ແລະ​ເສ​ລີ​ພາບ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ.

ຄຳ​ເຫັນ

0