刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຕືອນ​ໃຫ້​ປະ​ຊາ​ຄົມ​ໂລກ​​ແບ່ງ​ປັນ ວັກ​ຊີນ​ໂຄວິດ-19ຢ່າງ​​ຍຸດ​ຕິ​ທຳ

2021-02-23 17:08:20 cri

 

ວັນ​ທີ 22 ກຸມ​ພາ​ນີ້​, ກອງ​ປະ​ຊຸມສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 46 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ປະ​ຊຸມ​ນາ​ນາ​ຊາດ​ທີ່​ເຊີ​ແນວ. ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ ໂດຍ​ກ່າວ​ເຕືອນ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງແບ່ງ​ປັນ​ວັກ​ຊີນ​ໂຄ ວິດ-19 ຢ່າງ​​ຍຸດ​ຕິ​ທຳ.

ທ່ານ​ກູ​ເຕີ​ເຣ​ສ ກ່າວ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ມວນ​ມະ​ນຸດ​ມີ​ການ​ພົວ​ພັນ​ຕິດ​ຕໍ່​ກັນ​ໃນ​ຂົງ​ເຂດ​ຕ່າງ​ໆ. ແຕ່​ສະ​ພາບ​ພະ​ຍາດ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ, ຄວາມ​ອ່ອນ​ແອ ແລະ​ຄວາມບໍ່​ສະ​ເໝີ​ພາບ​ກັນ​ທີ່​ມີ​ຢູ່​ແລ້ວ​ເພີ່ມ​ຂຶ້ນ, ທັງ​ສ້າງ​ບັນ​ຫາ​ໃໝ່​ຂຶ້ນ​ມາ​ຕື່ມ​ອີກ ເຊິ່ງ​ລວມ​ທັງ​ບັນ​ຫາ​ສິ​ດ​ທິ​ມະ​ນຸດ, ເຮັດ​ໃຫ້​ມີ​ການລະ​ເມີດ​ສິດ​ທິ​ມະ​ນຸດເກີດ​ຂຶ້ນ​ເລື້ອຍໆ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ຫຼາຍ​​ຮ້ອຍລ້ານ​ຄົນ​ຖືກລົບ​ກວນ​ຢ່າງ​ຮ້າຍ​ແຮງ, ອັດ​ຕາ​ຄວາມ​ທຸກ​ຍາກທີ່​ສຸດ​ເພີ່ມ​​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນຫຼາຍ​ສິບ​ປີ​ມາ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ: ວັກ​ຊີນໂຄວິດ-19 ບໍ່​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ຍຸ​ຕິ​ທຳ​ແມ່ນ​ບັນ​ຫາ​ໃໝ່​ທີ່​ທົ່ວ​ໂລກ​ຜະ​ເຊີນ​ຢູ່. “ມາ​ຮອດ​ປັດ​ຈຸ​ບັນ​ນີ້, ວັກ​ຊີນໂຄວິດ-19 ທີ່​ນຳ​ໃຊ້​ໂດຍ 10 ປະ​ເທດ​ໄດ້​ກວມ 75% ຂອງວັກ​ຊິນ​ທັງ​ໝົດ. ຄວາມ​ຍຸ​ຕິ​ທຳ​ດ້ານ​ວັກ​ຊິນ​ກໍ​ຄື​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ. ລັດ​ທິ​​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​​ກໍ​ແມ່ນ​ການບໍ່​ເອົາ​ຫົວ​ຊາ​ນຳ​ສິດ​ທິ​ມະ​ນຸດ.ວັກ​ຊິນ​ຕ້ອງ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທະ​ລະ​ນະ​ຂອງ ໂລກ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊື້​ໄດ້.”

ຄຳ​ເຫັນ

0