何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມສິ່ງ​ແວດ​ລ້ອມ​ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 5 ໄດ້ສຸມ​ໃສ່​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-02-23 10:35:04 CRI

ວັນ​ທີ 22 ກຸມ​ພາ​ນີ້ ກອງ​ປະ​ຊຸມສິ່ງ​ແວດ​ລ້ອມ​​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່ນ​ະ​ຄອນຫຼວງ​ໄນ​ໂຣບີຂອງ​ເຄັນ​ຢາ, ບຸກ​ຄົນ​ສຳ​ຄັນ​ດ້ານ​ການ​ເມືອງ ບຸກ​ຄົນ​ວົງ​ການ​ທຸ​ລະ​ກິດ ແລະ ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຂອງ​ທົ່ວ​ໂລກ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ, ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ສິ່ງ​ແວດ​ລ້ອມ​​ຂອງ​ໂລກພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

 

ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ​ແຕ່​ວັນ​ທີ 22 ຫາ ວັນ​ທີ 23ກຸມ​ພາ​ນີ້, ພາຍ​ໃຕ້​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ທຳ​ມະ​ຊາດ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ທ່ານ​ກູ​ເຕີ​ເຣັ​ສ ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສວ່າ, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ປະ​ຈຸ​ບັນ ມະ​ນຸດ​ພວມ​ຜະ​ເຊີນ​ໜ້າ​ກັບ​ວິ​ກິດ​ການດ້ານ​ສິ່ງ​ແວດ​ລ້ອມ​ໃນ 3 ດ້ານ, ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ການ​ສູນ​ເສຍ​ຄວາມຫຼາກຫຼາຍ​ຂອງ​ຊີ​ວະ​ນາ​ນາ​ພັນ, ແລະ ມົນ​ລະ​ພິດ​ທີ່​ມີ​​ຕໍ່​ສິ່ງ​ແວດ​ລ້ອມ.

ຄຳ​ເຫັນ

0