刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ການ​ສົນ​ທະ​ນາ​ລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ​ເປັນ​ການໃຫ້​ທິດ​ຊີ້​ນຳ​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

2021-02-23 14:33:44 cri

 

ວັນ​ທີ 22 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືລານ​ທິ່ງ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື, ການຄວບ​ຄຸມ​ຄວາມ​ຂັດ​ແຍ້ງ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ກັບ​ຄືນ​​ສູ່​ທິດທາງ​ທີ່​​ຖືກ​ຕ້ອງ” ໂດຍ​ກ່າວ​ວ່າ: ການ​ສົນ​ທະ​ນາ​​ທາງ​ໂທ​ລະ​ສັບລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດໃນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ຈີນ​ເປັນ​ການ​ໃຫ້​ທິດ​ຊີ້​ນຳ​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ກ່າວ​ວ່າ: ໃນ​ວັ​ນ​ທີ່​ປະ​ຊາ​ຊົນ​ຈີນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ບຸນ​ກຸດ​ຈີນ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ຕ້ອງ​ເພີ່​ມ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຫຼີກ​ລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດ​ແລະ​ຕີ​ລາ​ຄາ​ທີ່​ຜິ​ດ​ພາດ, ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຈິງ​ໃຈ, ບໍ່​ກໍ່​​ເຫດການ​​ທີ່ປະ​ທະ​ກັນ​ແລະ​ເປັນປໍ​ລະ​ປັກ​ກັນ, ຕ້ອງ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຕິດ​ຕໍ່​ພົວ​ພັນ​ກັນ, ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ແລະ​ການ​ຮ່ວມ​ມື. ໂດຍ​ຜະເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ຕ່າງໆ ເປັນ​ຕົ້ນ​ແມ່ນ​ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດໃນ​ທົ່ວ​ໂລກ, ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່, ກ່ອນ​ອື່ນ​ຄວນ​ເຮັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ, ພ້ອມ​ກັນ​ນັ້ນ​ກໍ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງມວນ​ມະ​ນຸດ, ນີ້​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ໂລກ ກໍ​ຄື​ຄວາມ​ຮັບ​ຜິດ​ຊອບ​ທີ່​ຄວນ​ມີ​ຂອງ​ປະ​ເທດ​ໃຫຍ່.

ຄຳ​ເຫັນ

0