何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທັບ​ເຮືອຈີນ ແລະ ສິງ​ກະ​ໂປ​ຈັດ​ການ​ຊ້ອມ​ຮົບ​ຮ່ວມທາງ​ທະ​ເລ

2021-02-24 14:59:29 CRI

ທ່ານ​ກ່າວ​ຊິ້ວ​ເສີງ ໂຄ​ສົກ​ຖະ​ແຫຼງ​ຂ່າວກອງ​ທັບ​ເຮືອ​ຈີນ​ໃຫ້​ຮູ້​ວ່າ, ວັນ​ທີ 24 ກຸມ​ພາ​ນີ້, ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 36 ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ກັບ​ກອງ​ທັບ​ເຮືອ​ສິງ​ກະ​ໂປ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ສິງ​ກະ​ໂປ, ຕົ້ນ​ຕໍ​ໄດ້​ເຝິກ​ຊ້ອມ​ການ​ຈັດ​ແຖວກອງ​ເຮືອ, ການ​ສື່​ສານ, ການ​ເຄື່ອນ​ໄຫວ​ຂອງກອງ​ເຮືອ, ການ​ກູ້​ໄພ​ຮ່ວມ, ການ​ເດີນ​ເຮືອ​ແບບ​ແບ່ງ​ເປັນ​ຈຸ​ຕ່າງໆ, ແລະ​ລາຍ​ການ​ອື່ນໆ.

 

ການ​ຊ້ອມ​ຮົບ​ຮ່​ວມ​ຄັ້ງ​ນີ້​ເປັນ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງກອງ​ທັບ​ເຮືອ​ຂອງ​ສອງ​ປະ​ເທດ, ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເສີມ​ສ້າງ​ມິດ​ຕະ​ພາບ, ແລະ​ຊຸກ​ຍູ້​ການ​ຮ່ວມ​ມື, ​ຊຸກ​ຍູ້​ການຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທາງ​ທະ​ເລ.

   

ຄຳ​ເຫັນ

0