覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ປະ​ເທດ​ມຽນ​ມາ​ໄດ້ປະ​ກາດ​ຍົກ​ເລີກ​ກະ​ຊວງ​ຫ້ອງ​ການ​ທີ່​ປຶກ​ສາ​ແຫ່ງ​ລັດ

2021-02-24 16:15:14 ​cri

ຫວ່າງ​ບໍ່​ດົນ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ປະ​ເທດ​ມຽນ​ມາ​ໄດ້​ເຜີຍ​ແຜ່​ເອ​ກະ​ສານ​ໂດຍໄດ້​ປະ​ກາດ​ຍົກ​ເລີກ​ກະ​ຊວງ​ຫ້ອງ​ການ​ທີ່​ປຶກ​ສາ​ແຫ່ງ​ລັດ ໂດຍ​ອີງ​ຕາມ​ມາດ​ຕາ​ 419 ຂອງ​ລັດ​ຖະ​ທຳ​ມະ​ນູນ​ມຽນ​ມາ. ວັນ​ທີ 22 ກຸມ​ພາ​ນີ້, ກະ​ຊວງ​ພາຍ​ໃນ​ມຽນ​ມາ​ໄດ້​ອີງ​ຕາມ​ເອ​ກະ​ສານ​ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ປະ​ເທດ​ໂດຍ​ປະ​ກາດ​ຍົກ​ເລີກ​ກະ​ຊວງ​ດັ່ງ​ກ່າວ.
 

 ວັນ​ທີ 1 ກຸມ​ພາ​ນີ້, ພາຍຫຼັງ​ກອງ​ທັບ​ມຽນ​ມາ​ໄດ້​ຍຶດອຳ​ນາດ​​ທາງການ​ເມືອງມຽນ​ມາ​ແລ້ວ, ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ຖືກ​ກັກ​ຕົວ ທັງ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາທີ່​ໄດ້​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ນຳ​ເຂົ້າ​​ຂອງມຽນ​ມາ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ມຽນ​ມາ​ຕາມ​ລຳ​ດັບ, ສ່ວນ​ທ່ານ​​ອູ​ຈໍ​ຕີນ​ສຸຍ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ຫ້ອງ​ການ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຈັບ​ຕົວ​ໃນ​ວັນ​ທີ 9 ກຸມ​ພາ​ນີ້.

ຄຳ​ເຫັນ

0