吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄຸ້ມ​ຄອງເວທີ​ແຮງ​ງານ​ດີ​ຈີ​ຕອນ​ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ສາກົນ

2021-02-24 17:19:16 cri

ວັນ​ທີ 23 ກຸມພາ​ນີ້, ອົງການ​ແຮງ​ງານ​ສາກົນ​ໄດ້​ປະກາດ​ບົດ​ລາຍ​ງານ​ວ່າ: ການ​ພັດທະນາຢ່າງ​ຄຶກຄັກ​ຂອງ​ເວທີ​ແຮງ​ງານ​ດີ​ຈີ​ຕອນ​ໄດ້​ສ້າງ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ​ໃຫ້​ແກ່​ຜູ້ອອກ​ແຮງ​ງານ ​ແລະ​ວິ​ສາ​ຫະກິດ, ສະ​ນັ້ນ ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ ​ແລະ​ການ​ຮ່ວມ​ມືສາກົນ ​ເພື່ອ​ຕິດຕາມ ​ແລະຄຸ້ມຄອງ​ເວທີ​ດັ່ງກ່າວເປັນ​ຢ່າງ​ດີ.

ອົງການ​ດັ່ງກ່າວ​ໄດ້​ປະກາດ​ບົດ​ລາຍ​ງານ “ຈ້ອງ​ເບິ່ງ​ການ​ປະກອບ​ອາຊີບ ​ແລະ​ສັງຄົມ​ຂອງ​ໂລກ​ໃນ​ປີ 2021” ​ໃນ​ມື້​ດຽວ​ກັນ​ວ່າ: ​ໃນ​ໄລຍະ 1 ທົດ​ສະ​ວັດຜ່ານ​ມາ, ຂະໜາດ​ຂອງ​ເວທີ​ແຮງ​ງານ​ດີ​ຈີ​ຕອນ​ທົ່ວ​ໂລກ​​ໄດ້ເພີ່ມ​ຂຶ້ນ 5 ​ເທົ່າ ​ເຊິ່ງບໍ່​ພຽງ​ແຕ່​ສາມາດສະໜອງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ແກ່​ແມ່ຍິງ, ຄົນ​ພິການ, ຊາວ​ໜຸ່ມ ​ແລະ​ຜູ້​ດ້ອຍ​ໂອກາດ​ໃນ​ຕະຫຼາດ​ແຮງ​ງານ​ດັ້ງ​ເດີມ​ໄດ້​ເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້​ວິ​ສາ​ຫະກິດ​ສາມາດມີ​ແຮງ​ງານທີ່​ມີ​ສີມື​ດ້ານ​ຕ່າງໆ ​ແລະ​ມີ​ໄຫ​ວພິບ​ຢ່າງ​ຫຼວງ​ຫຼາຍ.

​ແຕ່​ຂະນະ​ດຽວ​ກັນ, ຜູ້​ອອກ​ແຮງ​ງານ ​ແລະ​ວິ​ສາ​ຫະກິດ​ຍັງ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃໝ່. ຜູ້​ອອກ​ແຮງ​ງານ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​​ກົດ​ເກນ​ດ້ານເງື່ອນ​ໄຂ​ເຮັດ​ວຽກ, ​ເວລາ​ເຮັດ​ວຽກ ​ແລະຄ່າ​ຈ້າງ, ກໍ​ຄືການ​ບໍ່​ມີ​ປະກັນ​ສັງຄົມ ​ແລະ​ອື່ນໆ; ​ສ່ວນ​ວິ​ສາ​ຫະກິດ​ໄດ້​ຜະ​ເຊີນ​ໜ້າ​ກັບ​ການ​ແຂ່ງຂັນທີ່​ບໍ່​ເປັນ​ທຳ, ຂໍ້​ມູນ ​ແລະ​ລາຄາ​ບໍ່​ມີ​ຄວາມ​ໂປ່​ງ​ໃສ, ຄ່າ​ຈ້າງ​ຂອງແຮງ​ງານ​ສູງ ​ແລະສິ່ງ​ທ້າ​ທາຍອື່ນໆ.

ຄຳ​ເຫັນ

0