何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ປະ​ຊາ​ຊົນ​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາ​ກກວມ​ເອົາ 70 % ຂອງ​ໂລກ​ເຊິ່ງ​ຈີນ​ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ

2021-02-25 12:35:47 CRI

ນັບ​ແຕ່ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເປັນ​ຕົ້ນ​ມາ, ອີງ​ຕາມ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ໃນ​ປະ​ຈຸ​ບັນ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ຈີນ770ລ້ານ​ຄົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ອີງ​ຕາມ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ໃນ​ສາ​ກົນ​ຂອງ​ທະ​ນາ​ຄານ​ໂລກ, ຈຳ​ນວນ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາ​ກກວມ​ເອົາ 70 % ຂອງ​ໂລກ​ໃນ​ໄລ​ຍະ​ດຽວ​ກັນ.

 

ວັນ​ທີ 25 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຢູ່​ໃນ​ພິ​ທີ​ສະຫຼຸບ​ຜົນ​ງານ,ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກວ່າ, ຈີນ​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບສາ​ກົນ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ຈີນ​ເປັນ​ຜູ້​ຊຸກ​ຍູ້​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ສາ​ກົນ​ຢ່າງ​ເຂັ້ມ​ແຂງ. ຜົນ​ງານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ແມ່ນ​ເປັນ​ຂອງ​ປະ​ເທດ​ຈີນ, ທັງ​ເປັນ​ຂອງ​ໂລກ​ເຊັ່ນ​ກັນ, ເຊິ່ງ​ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0