何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈັດ​ພິ​ທີ​ສະຫຼຸບ​​ຜົນງານ ​ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ

2021-02-25 11:49:20 CRI

ວັນ​ທີ 25 ກຸມ​ພາ​ນີ້, ພິ​ທີ​ສະຫຼຸບ​ຜົນງານ ແລະ ​ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຈີ​ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ ດັ່ງ​ກ່າວ ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ແລະ ເຂັ້​ມ​ແຂງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ. ໂດຍ​ໃຊ້​ເວ​ລາ 8 ປີ, ໄດ້​ເຮັດ​ໃຫ້832 ເມືອງ​ທຸກ​ຍາກ 128.000 ບ້ານ​ທຸກ​ຍາກ ແລະ ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ເກືອບ 100 ລ້ານ​ຄົນ​ພາຍ​ໃຕ້​ມາດ​ຕະ​ຖານ​ທຸກ​ຍາກ​ໃນປະ​ຈຸ​ບັນ​​ສາ​ມາດຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງ​ໝົດ, ເຊິ່ງ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ. ຈີນ​ໄດ້​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ ແລະ ຄວາມ​ທຸກ​ຍາກ​ທົ່ວ​ໄປ​ໃນ​ເຂດ​ແຄວ້ນ​ໄດ້​ຢ່າງ​ສຳ​ເລັດ​ຜົນ, ເຊິ່ງ​ໄດ້​ເຮັດ​ສຳ​ເລັດ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ​ລ່ວງ​ໜ້າ 10 ປີ ຕາມ​ເວ​ລາ​ທີ່​ກຳ​ນົດ​ໄວ້​ໃນ ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ.

ຄຳ​ເຫັນ

0