何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮັບຮູ້​ປະ​ເທດ​ຈີນ​ດິຈີ​ຕອນ​ຈາກ​ລະບົບ​ອັດ​ສະ​ລິ​ຍະ​ຢູ່ພູ​ອູ​ອີ

2021-03-23 21:26:26 CRI

ຮັບຮູ້​ປະ​ເທດ​ຈີນ​ດິຈີ​ຕອນ​ຈາກ​ລະບົບ​ອັດ​ສະ​ລິ​ຍະ​ຢູ່ພູ​ອູ​ອີ_fororder_1127243161_16164604389261n

 

ຫຼັງ​ຈາກ​ກອງ​ປະຊຸມ​ສອງ​ສະພາ​ທົ່ວ​ປະ​ເທດ​ຈີນ​ໃນ​ປີ​ນີ້​ໄດ້ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ສຳ​ຫຼວດກວດກາວຽກ​ງານ​ຢູ່​ແຂວງ​ຟູ​ຈ້ຽນ​​ເປັນແຂວງ​​ທຳ​ອິດ, ​ໃນ​ການ​​ເດີນທາງ​ຄັ້ງ​ນີ້, ບ່ອນ​ທຳ​ອິດ​ກໍ​ແມ່ນ​ພູ​ອູ​ອີ.

 

ວັນ​ທີ 22 ມີນາ​ນີ້, ທ່ານ​ສີ​ຈິ້ນຜິ​ງ​ໄດ້​ເດີນທາງ​ໄປ​ສູນ​ຄຸ້ມ​ຄອງ​ອັດສະລິຍະໃນສວນ​ອຸທິຍານ​ແຫ່ງ​ຊາດ​ພູ​ອູ​ອີ​ນະຄອນ​ນານ​ຜິ​ງ, ສວນ​ຊາ​ນິ​ເວດ​ເຢ້ນຈື​ເຄີ່ຕາ​ແສງ​ຊິ່ນ​ຊຸ່ນ, ​ແລະ​ ແຫ່ງອື່ນໆ​ເພື່ອ​ຮັບ​ຮູ້​ສະພາບ​ການ​ສ້າງ​ສາ​ຄວາມ​ສິວິ​ໄລ​​ດ້ານ​ນິ​ເວດ ​ແລະການ​ພັດທະນາ​ອຸດສາຫະກຳ​ຊາ.

 

ບໍ່​ວ່າ​ຢູ່​ສູນ​ຄຸ້ມ​ຄອງຫຼືສວນ​ຊາ​ນິ​ເວດ,  “ວິທະຍາສາດ​ເຕັກນິກ” “ອັດ​ສະ​ລິ​ຍະ” ລ້ວນ​ແຕ່​ແມ່ນ​ຄຳ​ສັບ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງໃນເວລາໄປສຳຫຼວດກວດກາ..

 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ເວລາ​ທີ່​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກັບຄະນະ​ຜູ້​ແທນ​ກອງ​ປະຊຸມ​ສອງ​ສະພາ​ທົ່ວ​ປະ​ເທດ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວວ່າ: ຕ້ອງ​ຊຸກຍູ້​ອຸດສາຫະກຳ​ທີ່​ກ່ຽວ​ຂ້ອງໃຫ້ກ້າວ​ໄປ​ສູ່​ລະດັບ​ສູງ, ​ແບບ​ອັດ​ສະ​ລິ​ຍະ ​ແລະ ​ແບບ​ສີຂຽວ, ຍົກ​ສູງ​ຄວາມ​ສາມາດ​ຄໍ້າ​ຊູ​ຂອງ​ວິທະຍາສາດ​ເຕັກນິກຢ່າງ​ບໍ່​ຢຸດ​ຢັ້ງ.

 

ສວນ​ອຸທິຍານ​ແຫ່​ງຊາດ​ພູ​ອູ​ອີ, ​ແມ່ນ​ສວນ​ອຸທິຍານ​ແຫ່ງ​ຊາດພຽງ​ແຫ່ງ​ດຽວ​ທີ່​ສ້າງ​ຢູ່​ສະຖານ​ທີ່​ທີ່​ມີ​ມໍລະດົກ​ໂລກ​ດ້ານ​ທຳ​ມະ​ຊາດ ​ແລະວັດທະນະທຳ. ສູນ​ຄຸ້ມ​ຄອງ​ແບບ​ອັດ​ສະ​ລິ​ຍະ​ຂອງ​ສວນ​ແຫ່ງ​ນີ້​ໄດ້​​ເສີມ​ຂະ​ຫຍາ​ຍບົດບາດ​ທີ່​ສຳຄັນ​ໃນວຽກ​ງານ​ຄຸ້ມ​ຄອງ​ປະຈຳ​ວັນ.

 

​ແຂວງ​ຟູ​ຈ້ຽນມີ​ພູ​ຜາທີ່​ມີ​ຊື່​ສຽງຫຼາຍແຫ່ງ​, ປະຈຸ​ບັນ​ ​ແຂວງ​ນີ້ພວມ​ຊຸກຍູ້ການ​ນຳ​ໃຊ້​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​​ໃຫຍ່, ລະ​ບົບ​ອິນ​ເຕີ​ເນັດ​ແຫ່ງ​ສັບ​ພະ​ສິ່ງ, ບຣອກ​ເຊນ ​ແລະ​ອື່ນໆ​ໃນ​ວຽກງານ​ປ່າ​ໄມ້.

 

ຢູ່​ສວນ​ຊາ​ນິ​ເວດ​ເຢ້ນຈື​ເຄີ່ ຕາ​ແສງ​ຊິ່ງຊຸ່ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກວດ​ເບິ່ງ​ສະພາບ​ການ​ເຕີບ​​ໃຫຍ່​ຂອງ​ໃບຊາ​ໃນ​ລະດູ​ໃບ​ໄມ້​ປົ່ງ, ຮັບ​ຮູ້​ສະພາບ​ການ​ພັດທະນາ​​ອຸດສາຫະກຳ​ຊາ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ນັ້ນ.

 

ຢູ່​ສວນ​ຊາ​ນິ​ເວດ​ຂອງ​ພູ​ອູ​ອີ, ກໍ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ອັດ​ສະ​ລິ​ຍະ​ທີ່​ທັນ​ສະ​ໄໝ​ເຊັ່ນ​ກັນ.

 

ຕົວຢ່າງ​ວ່າ, ​ໄດ້​ຕິດຕາມ​ແສງຈາກຕາ​ເວັນ, ຄວາມ​ຊຸ່ມ ອຸນຫະພູມ ຄ່າPHຂອງ​​ດິນ​ໃນ​ສວນ​ຊາ​ຢູ່ທຸກ​ເວລາ; ວິ​ເຄາະປະລິມານ ​ແລະ​ປະ​ເພດ​​ສັດຕູ​ພືດ ​ເພື່ອ​ປ້ອງກັນ​ໄພ​ລ່ວງ​ໜ້າ​ທີ່ເກີດຈາກສັດຕູພືດ; ຊ່ວຍຊາວ​ສວນ​ຊາ​ປະເມີນຜົນ​ຕະຫຼອດ​ຂະ​ບວນການເຕີບ​ໃຫຍ່​ຂອງ​ໃບ​ຊາ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ​ແລະ​ອື່ນໆ​ອີກ.

 

ການ​ຄຸ້ມ​ຄອງ​ສວນ​ຊາ​ໂດຍ​ຜ່ານລະ​ບົບ​ອິນ​ເຕີ​ເນັດ​ແຫ່ງ​ສັບ​ພະ​ສິ່ງ, ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ສວນ​ຊາ​ນິ​ເວດ​ມີ​ປະສິດທິ​ຜົນ​​ເພີ່ມ​ຂຶ້ນ​ເລື້ອຍໆ.

 

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ ຂອງ​ພັກ​ກອມ​ມູນິດ​ຈີນຄັ້ງທີ 18 ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ແກນ​ນຳ​ໄດ້ໃຫ້​ຄວາມ​ສຳຄັນຢ່າງ​ສູງ​ຕໍ່​ການ​ພັດທະນາ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ​ເພີ່ມ​ທະວີ​ການ​ອອກ​ແບບ​ໃນ​ລະດັບ​ສູງ​ສຸດ ​ແລະວາງ​ແຜນ​ແມ່​ບົດ​ໂດຍລວມ, ຊຸກຍູ້​ການ​ສ້າງສາ “ປະ​ເທດ​ຈີນ​ດິຈີ​ຕອນ” ຢ່າງ​ແຂງ​ແຮງ.

 

ວິທະຍາສາດ​ເຕັກນິກ​ແບບ​ອັດ​ສະ​ລິ​ຍະ, ພວມ​ສະໜອງ​ແຮງ​ຂັບ​ເຄື່ອນ​ທີ່​ບໍ່​ເຫືອດ​ແຫ້ງ​ໃຫ້​ກັບ​ການ​ພັດທະນາ​​ເສດຖະກິດ​-ສັງຄົມ​ແບບສີຂຽວຢ່າງຮອບດ້ານ.

ຄຳ​ເຫັນ

0