刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ປູກ​ຕົ້ນ​ໄມ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2021-04-03 15:38:37 cri

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ປູກ​ຕົ້ນ​ໄມ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ_fororder_4bed2e738bd4b31ce60ff52393156e779f2ff846

ວັນ​ທີ 2 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳປູກ​ຕົ້ນ​ໄມ້ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຮ່ວມ​​ກັບ​ປະ​ຊາ​ຊົນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.  ນີ້​ແມ່ນ​ປີ​ທີ 9 ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ນີ້​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ປີ 2012 ເປັນ​ຕົ້ນ​ມາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ແມ່ນ​ຈຸດ​ພິ​ເສດ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ປະ​ຊາ​ຊາດ​ຈີນ​ມັກ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ທີ່​ກົມ​ກຽວ​ກັນ​ລະ​ຫວ່າງ​ມະ​ນຸດ​ແລະ​ທຳ​ມະ​ຊາດ​​ມາ​ໂດຍ​ຕະຫຼອດ, ​ອະ​ລິ​ຍະ​ທຳ​ຈີນ​ໄດ້​ສະ​ສົມ​ແນວ​​ຄິດ​ກ່ຽວ​ກັບ​ສີ​ວິ​ໄລ​ດ້ານ​ນິ​ເວດ​ທີ່​ອຸ​ດົມ​ສົມ​ບູນ. ພວກ​ເຮົາ​ຕ້ອງ​ມີ​ຈິດ​ສຳ​ນຶກ​ພູ​ຂຽວ​ນ້ຳ​​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ​ຢ່າງ​ໜັກ​ແໜ້ນ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖື​ລະ​ບົບ​ນິ​ເວດ​ເປັນບູ​ລິ​ມະ​ສິດ ແລະ​ພັດ​ທະ​ນາ​ແບບ​ສີ​ຂຽວຢ່າງໝັ້ນ​ໜຽວບໍ່​ປ່ຽນ​ແປງ, ເພີ່ມ​ເນື້ອ​ທີ່​ຂອງ​ປ່າ​ໄມ້, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ປ່າ​ໄມ້, ​ເພີ່ມປະ​ລິ​ມານ​ອ່າງ​ເກັບ​ກາກບອນໃນ​ລະ​ບົບ​ນິ​ເວດ ເພື່ອ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍປອດ​ກາກບອນ​ຂອງ​ຈີນ ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​​ດ້ານ​ນິ​ເວດ​ຂອງໂລກ.

ຄຳ​ເຫັນ

0