吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ລື່ນ​ກາຍ 650 ຕື້​ກິ​ໂລ​ເປັນ​ເວລາ 6 ປີ​ລຽນຕິດ

2021-04-03 16:36:29 cri

​ໃນຕອນ​ເຊົ້າ​ວັນ​ທີ 2 ​ເມສາ​ນີ້, ຫ້ອງ​ການ​ຖະ​ແຫຼງຂ່າວລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ, ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງຂອງອົງການທັນ​ຍາ​ຫານ ​ແລະ​ຄັງ​ສຳຮອງ​ແຫ່ງ​ຊາດ​ຈີນ​ໄດ້​ແນະນຳ​ໝາກຜົນ​ການ​ພັດທະນາ​ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ຈີນ​ໃນ​ໄລ​ຍະ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13 ​ແລະ​ອະທິບາຍ​ວຽກ​ງານ​ທີ່​ສຳຄັນ​ດ້ານ​ທັນຍາ​ຫານ ​ແລະ​ຄັງ​ສຳຮອງ​ໃນ​ໄລຍະ​ແຜນການ 5 ປີ​ຄັ້ງ​ທີ 14.

​ໃນ​ໄລຍະ​ປະ​ຕິ​ບັດ​ແຜນການ 5 ປີ​ຄັ້ງ​ທີ 13, ຄວາມ​ສາມາດ​ການ​ຜະລິດ, ສະ​ສົມ ​ແລະ​ການຈໍລະ​ຈອນ​ຂອງ​ທັນ​ຍາ​ຫານ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ມີ​ຜົນເກັບ​ກ່ຽວ​ທີ່​ອຸດົມສົມບູນ, ມີທັນ​ຍາ​ຫານ​ໃນ​ຄັງ​ສຳຮອງ​ຢ່າງ​ເຕັມ​ສ່ວນ, ມີ​ການ​ສະໜອງ​ຢ່າງ​ພຽງພໍ ​ແລະ​ຕະຫຼາດ​ມີ​ຄວາມ​ໝັ້ນຄົງ. ​ໃນ​ປີ 2020, ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ໃນ​ທົ່ວ​ປະ​ເທດ​ບັນລຸ​ເຖິງ 669,5 ຕື້​ກິ​ໂລ, ​ເພີ່ມ​ຂຶ້ນ 5,65 ຕື້​ກິ​ໂລ​ເມື່ອ​ທຽບ​ໃສ່​ປີ 2019, ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​​ໄດ້​ບັນລຸຫຼາຍ​ກວ່າ 650 ຕື້​ກິ​ໂລ​ເປັນ​ເວລາ 6 ປີ​ລຽນຕິດ. ​ຖ້າ​ເບິ່ງ​ຕາ​ມອາຫານ​ສະ​ເລ່ຍຕໍ່​ຫົວ​ຄົນ, ປະລິມານສະບຽງ​ອາຫານ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຈີນ​ເກີນ 470 ກິ​ໂລ, ສູງ​ກວ່າມາດຕະຖານ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານສາກົນ​ທີ່​ເປັນ 400 ກິ​ໂລສະ​ເລ່ຍຕໍ່​ຫົວ​ຄົນ. ສະພາບ​ການ​ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ສືບ​ຕໍ່​ບັບປຸງ​ໃຫ້​ດີຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເຊິ່ງໄດ້​ສ້າງ​ພື້ນຖານອັນ​ໝັ້ນ​ແກ່ນ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​​ແຫ່ງ​ຊາດ​ຢ່າງ​ປອດ​ໃສ.

ຄຳ​ເຫັນ

0