吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເລຂາທິການ​ໃຫຍ່​ອົງການ​ການ​ຮ່ວມ​ມື​ຊຽງ​ໄຮ, ​ທູຕານຸທູດ ​ແລະ​ນັກ​ການ​ທູດ​ຂອງ​ຫຼາຍ​ປະ​ເທດປະຈຳ​ຈີນ​ໄດ້​ຢ້ຽມຢາມ​ເຂດ​ຊິ່​ນຈ່ຽງ

2021-04-03 16:33:30 cri

​ແຕ່​ວັນ​ທີ 30 ມີນາ​ຫາ​ວັນ​ທີ 2 ​ເມສາ​ນີ້, ທ່ານ​ວຸລາ​ດີ​ມີຣ ​ໂນ​ໂຣຟ ​ເລຂາທິການ​​ໃຫຍ່​ອົງການ​​ຮ່ວມ​ມື​ຊຽງ​ໄຮ ກໍ​ຄື​ທູຕານຸທູດ ​ແລະ​ນັກ​ການ​ທູດ​ຂອງ 21 ປະ​ເທດ​ປະຈຳ​ຈີນ​ໄດ້​​ເດີນທາງ​ໄປຢ້ຽມຢາມ​​ນະຄອນ​ອູລຸມກີ, ​ເມືອງ​ກາ​ຊິ​ກາ ​ແລະ​ອະ​​ເກີ​ສຸ​ຂອງ​ເຂດ​ປົກຄອງ​ຕົນ​ເອງອຸຍ​ເກີ​ຊີ່​ນຈ່ຽງ ​ເພື່ອ​ຮັບ​ຮູ້​ຜົນສຳ​ເລັດ​ດ້ານການ​ພັດທະນາສັງຄົມ ​ແລະ​ການ​ບັບປຸງ​ຊີ​ວິດ​ການ​ເປັນຢູ່ຂອງ​ປະຊາຊົນ​ທ້ອງ​ຖິ່ນດັ່ງກ່າວ. ​ເຂົາ​ເຈົ້າ​ເຫັນ​ວ່າ: ການ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ​ລຶບລ້າງ​ລັດທິ​ຫົວ​ຮຸນ​ແຮງ​​ຢູ່​ຊິ່ນ​ຈ່ຽງໄດ້​ຮັບ​ຜົນສຳ​ເລັດ​ຢ່າ​ງພົ້ນ​ເດັ່ນ, ສິດທິພື້ນຖານຂອງ​ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ການຮັບປະກັນ ​ແລະ​ເຄົາລົບ​ຢ່າງ​ເຕັມ​ສ່ວນ, ສະພາບ​ການ​ທີ່​ດີ​ທີ່​ສັງຄົມມີ​ສະຖຽນ​ລະ​ພາບ ແລະປະ​ຊາ​ຊົນ​ຢູ່ດີມີ​ສຸກກໍ​ເປັນ​ຫຼັກ​ຖານ​ທີ່​ດີ​ທີ່​ສຸດ​ໃນ​ການຕອບ​ໂຕ້​ຖ້ອຍ​ຄຳ​ທີ່​ໃສ່​ຮ້າຍ​ບ້າຍສີ​ເຂດ​ຊີ່​ນຈ່ຽງ.

ຄະນະ​ຜູ້​ແທນທັດສະນະສຶກສາ​ໄດ້​ຢ້ຽມຊົມ​ການວາງສະ​ແດງ​ພາຍ​ໃຕ້​ຫົວ​ຂໍ້​ການ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ​ລຶບລ້າງ​ລັດທິ​ຫົວ​ຮຸນ​ແຮງຢູ່​ຊິ່ນ​ຈ່ຽງ, ​ໂດຍ​ໄດ້​ຮັບ​ຮູ້ວ່າ​ຢູ່​ເຂດ​ຊີ່​ນຈ່ຽງບໍ່​ໄດ້​ເກີດ​ເຫດການ​ກໍ່​ການ​ຮ້າຍ​ໃນ​ໄລຍະ 4 ປີກວ່າ​ຜ່ານມາ​, ຄວາມ​ປອດ​ໄພ​ດ້ານຊີວິດ ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ກໍ​ໄດ້ມີ​ການ​ຮັບປະກັນ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ໂນ​​ໂຣຟກ່າວ​ວ່າ: ຮູບ​ພາບ​ກ່ຽວ​ກັບປະຊາຊົນ​ຜູ້​ບໍລິ​ສົດ​ຖືກ​ເຄາະ​ຮ້າຍໃນ​ການວາງສະ​ແດງ​ດັ່ງກ່າວ​ໜ້າ​ຕື່ນ​ຕົກ​ໃຈ​ຫຼາຍ. ຊາວ​ໜຸ່ມ​ຖ້າ​ບໍ່​​ໄດ້​ຮັບ​ການ​ສຶກສາ ​ແລະບໍ່​ມີ​ວຽກ​ເຮັດ​ງານ​ທຳ​ຕາມ​ສັນຍາ ມັກຈະ​ຖືກກຸ່ມຫົວ​ຮຸນ​ແຮງຈອບ​ອອຍ. ​ເຂດ​ຊີ່​ນຈ່ຽງສຸ​ມ​ໃສ່​ການ​ຝຶກ​ອົບຮົມວິຊາ​ຊີບ​ເພື່ອ​ປ້ອງ​ກັນ​ລັດທິ​ກໍ່​ການ​ຮ້າຍ, ຊ່ວຍ​ເຂົາ​ເຈົ້າ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ​ຂ້າພະ​ເຈົ້າ​ເຫັນ​ວ່າ​ມາດ​ຕະການ​ທີ່​ກ່ຽວຂ້ອງ​​ເປັນ​ຕາ​ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ສູງ, ການ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ​ຄວາມ​ປອດ​ໄພ​ຂອງ​ເຂດ​ຊີ່​ນຈ່ຽງຈະ​ປະກອບສ່ວນ​ທີ່​ສຳຄັນ​​ໃຫ້​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ການ​ຮ່ວມ​ມື​ຊຽງ​​ໄຮ.

 

ຄຳ​ເຫັນ

0