刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງ​ໆ​ຂອງມຽນ​ມາ​ຍຶດ​ໝັ້ນໃນ​ການ​ສົນ​ທະ​ນາ​ກັນເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຜ່ອນ​ຄາຍ​ລົງ

2021-04-03 14:22:27 cri

 

ໂດຍ​ແນ​ໃສ່​ສະ​ຖາ​ນະ​ການ​ຢູ່​ມຽນ​ມາ​ໃນ​ປັດ​ຈຸ​ບັນ, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 2 ເມ​ສາ​ນີ້​ວ່າ: ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ພິ​ຈາ​ລະ​ນາ​ຈາກ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ມຽ​ນ​ມາ, ຍຶດ​ໝັ້ນ​ໃນ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​​ບັນ​ລຸໃຫ້​ສະ​ຖາ​ນະ​ການ​ຜ່ອນ​ຄາຍ​ລົງ. ຈີນ​ເດັດ​ດ່ຽວສະ​ໜັບ​ສະ​ໜູນ​ອາຊຽນ​ສືບ​ຕໍ່​ໃຊ້​ວິ​ທີ​​ການຂອງ​ອາ​ຊຽນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະການ​ສົນ​ທະ​ນາ​ກັນ.

ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ​ກ່າວ​ວ່າ: ມຽນ​ມາ​ແມ່ນ​ສ​ະ​ມາ​ຊິກ​ຂອງ​​ວົງ​ຄະ​ນະ​ຍາດອາ​ຊຽນ, ໃນ​ບັນ​ຫາ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ມຽນ​ມາ, ຈີນ​ກັບ​ອາ​ຊຽນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນຫຼາຍ​ປະ​ການ. “ຈີນ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ໃກ້​ຊິດ​ຕໍ່​ເຫດ​ການເຫດ​ການນອງ​ເລືອດ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ມຽນ​ມາ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ພິ​ຈາ​ລະ​ນາ​ຈາກ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ມ​ຽນ​ມາ, ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນ​ຕື່ມ​ຈົນບໍ່​ສາ​ມາ​ຄວບ​ຄຸມ​ໄວ້​ໄດ້, ຍຶດ​ໝັ້ນ​ໃນ​ການ​ສົນ​ທະ​ນາ​ກັນ​ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຜ່ອນ​ຄາຍ​ລົງ. ຈີນ​ເຫັນ​ວ່າ: ປະ​ຊາ​ຄົມ​ໂລກ​ຄວນ​ສ້າງ​ສະ​ພາບ​ແວ​ດ​ລ້ອມ​ທີ່​ດີ​ໃຫ້​ແກ່​ມຽມ​ມາ​ເພື່ອ​ບັນ​ລຸ​ຄວາມ​ປອງດອງ​ກັນ​ທາງ​ການ​ເມືອງພາຍ​ໃນ ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ຍຶດ​ໝັ້ນບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ເຊິ່ງ​ເປັນຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ, ແຕ່ບໍ່​ແມ່ນແກ້​ໄຂ​ບັນ​ຫາ​ມຽນ​ມາ​ເກີນ​ຂອບ​ເຂດ​ສິດ​ຂອງ​ຕົນ ແລະ​ເພີ່ມ​ແຮງ​ກົດ​ດັນ​ຕາມ​ລຳ​ພັງ. ຈີນ​​ເດັດ​ດ່ຽວ​ສະ​ໜັບສະ​ໜູນ​ອາ​ຊຽນ​ສືບ​ຕໍ່​ໃຊ້​ວິ​ທີ​ການ​ຂອງ​ອາ​ຊຽນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ສົນ​ທະ​ນາ​ກັນ, ສະ​ໜັບ​ສະ​ໜູນ​ຈັດ​ກອງ​ປະ​ຊຸມ​​ພິ​ເສດຂອງ​ຜູ້​ນຳ​ອາ​ຊຽນ​ເພື່ອດຳ​ດ​ນີນ​ການ​ໄກ່​ເກ່ຍ​ໂດຍ​ໄວ.”

ຄຳ​ເຫັນ

0