ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນເວລາປະມານ 10 ໂມງຂອງວັນທີ 4 ເດືອນເມສາ 2021, ຢູ່ທີ່ອ່າງນໍ້າ ງື່ມຫ່າງຈາກນະຄອນຫຼວງວຽງຈັນໄປທິດເໜືອປະມານ 60 ກິໂລແມັດໄດ້ ເກີດເຫດເຮືອທ່ອງ ທ່ຽວຈົມນໍ້າ, ຢູ່ເທິງເຮືອມີນັກທ່ອງທ່ຽວຫຼາຍກວ່າ 10 ຄົນ, ປັດຈຸບັນ, ໜ່ວຍກູ້ໄພກໍາລັງເລັ່ງມືການຊ່ວຍເຫຼືອ. ຕາມຂ່າວແຈ້ງວ່າ, ເຫດການເກີດຂຶ້ນອາດຈະເປັນຍ້ອນອາກາດທີ່ບໍ່ດີ.
ວັນທີ 2 ເມສານີ້, ກົມອຸຕຸນິຍົມແລະອຸທຸກະສາດກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມລາວໄດ້ປະກາດການເຕືອນໄພດ້ານອາກາດ, ຄາດວ່າແຕ່ວັນທີ 2 ຫາວັນທີ 5 ເມສານີ້, ຢູ່ຫຼາຍບ່ອນອາດຈະມີຝົນຕົກແຮງ, ຝົນຕົກຟ້າຮ້ອງ, ລົມແຮງ ແລະອາກາດທີ່ບໍ່ດີອື່ນໆ, ເຕືອນໃຫ້ປະຊາຊົນຈົ່ງມີສະຕິປ້ອງກັນຄວາມປອດໄພເພື່ອຮັບມືກັບອາກາດທີ່ບໍ່ດີ.
ຄຳເຫັນ
0