覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ຊຽນ​ສ້າ​ງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​

2021-04-04 17:43:54 cri

ລະ​ຫວ່າງວັນ​ທີ 31 ມີ​ນາ​ຫາ​ວັນ​ທີ 2 ເມ​ສາ​ນີ້, ຢູ່​ເມືອງນານ​​ຜິງ​ແຂວງ​ຟູ​ຈ້ຽນ ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສິງ​ກະ​ໂປ, ມາ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ​ທີ່​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ.
 

 ໃນ​ເວ​ລາ​ທີ່​ສຳ​ເລັດ​ການ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊຽນ​ເຊັ່ນ ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ​ເປັນ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ, ທ່ານ​ຫວາງ​ຢີ້​ໄດ້​ຢືນ​ຢັນ​ວ່າ ຫຼັກ​ການ​ຮ່ວມ​ມື​ຄື ອາ​ຊຽນ​ເປັນ​ຜູ້​ນຳ​ພາ, ປຶກ​ສາ​ຫາ​ລື​ເປັນ​ເອ​ກະ​ພາບ​ກັນ, ເປີດກວ້າງ​ແລະ​ກວມ​ລວມ ເຊິ່ງ​ເປັນ​ໝາກ​ຜົນ​ອັນ​ລ້ຳ​ຄ່າ​ຂອງ​ລັດ​ທິຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ແຫ່ງ​ນີ້. ເລື່ອງ​ຈິງ​ສະ​ແດງ​​ໄດ້ໃຫ້​ເຫັນ​ວ່າ: ການ​ຍຶດ​ໝັ້ນ​ໃນ​ກົນ​ໄກ​ພາ​ກ​ພື້ນ​ແລະ​ກົນ​ໄກຫຼາຍ​ຝ່າຍ​ແມ່ນ​ມີ​ຄວາມ​ສຳ​ຄັນຫຼາຍກວ່າ​ເວ​ລາ​ໃດໝົດ, ການ​ຍຶດ​ໝັ້ນ​ໃນ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຈິ່ງ​ແມ່ນເສັ້ນ​ທາງ​ທີ່​ຖືກ​ຕ້ອງ.
 

ປີ​ນີ້​ເປັນ​ປີ​ຄົ​ບ​ຮອບ 30 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-ອາ​ຈຽນ. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ອາ​ຊ​ຽນ​ກັບ​ຈີນ​ໄດ້​ເຮັດ​ໃຫ້​ສອງ​ຝ່າຍ​ບັນ​ລຸ​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ດ້ານ​ທ່າ​ແຮງ, ສາ​ມາດ​ບັນ​ລຸ​ການ​ແຈກ​ຢາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ດ້ານ​ຊັບ​ພະ​ຍາ​ກອນ,ເຕັກ​ນິກ, ເງິນ​ທຶນ​ແລະ​ຕະຫຼາດ, ສອງ​ຝ່າຍ​ເປັນ​ຄູ່​ປະ​ສານ​ງານ​ທີ່​ດີ. ສອງ​ຝ່າຍ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ກັນ​ ເຊິ່ງ​ຈະ​ສາ​ມາດ​ເປີດກວ້າງ​ອິດ​ທິ​ພົນ​ສັງ​ລວມ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ຟື້ນ​ຟູ​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

 

ຄຳ​ເຫັນ

0